ທ່ານສີຈິ້ນຜິງກ່າວວ່າ: ຈີນ ແລະ ສະຫະພາບເອີຣົບຄວນສ້າງປັດໄຈແຫ່ງສະຖຽນລະພາບໃຫ້ແກ່ສະຖານະການໂລກທີ່ປັ່ນປ່ວນ

2022-04-01 21:47:16 CRI


 ຕອນຄ່ຳວັນທີ 1 ເມສານີ້,ຢູ່ນະຄອນຫລວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຊາເລັສ ມິເຊວ(Charles Michel)  ປະທານສະພາມົນຕີເອີຣົບ ແລະ ທ່ານນາງອູຊຸລາ ວອນເດີ ເລເຢັນ( Ursula von der Leyen) ປະທານຄະນະກຳມາທິການສະຫະພາບເອີຣົບດ້ວຍຮູບແບບວີດີໂອ..

 

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ເມື່ອ 8 ປີກ່ອນ, ຂ້າພະເຈົ້າໄດ້ໄປຢ້ຽມຢາມສຳນັກງານໃຫຍ່ສະຫະພາບເອີຣົບ, ໂດຍໄດ້ສະເໜີວ່າ:ຈີນຍິນດີຮ່ວມກັບເອີຣົບ, ສ້າງຂົວແຫ່ງມິດຕະພາບ ແລະ ການຮ່ວມມືລະຫວ່າງແຜ່ນດິນໃຫຍ່ອາຊີ-ເອີຣົບ, ສ້າງການພົວພັນຄູ່ຮ່ວມມືໃນດ້ານສັນຕິພາບ, ການເຕີບໂຕ, ການປະຕິຮູບ ແລະ ຄວາມສິວິໄລລະຫວ່າງຈີນ ແລະສະຫະພາບ ເອີຣົບ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ສະຫະພາບເອີຣົບທີ່ມີອິດທິພົນຫລາຍກວ່າເກົ່າໃນທົ່ວໂລກ. ມາຮອດປັດຈຸບັນນີ້, ວິໄສທັດດັ່ງກ່າວຂອງຈີນບໍ່ໄດ້ມີການປ່ຽນແປງ, ແລະມີຄວາມໝາຍຕົວຈິງຫຼາຍກວ່າເກົ່າພາຍໃຕ້ສະພາບການໃນປັດຈຸບັນ.


ປັດຈຸບັນນີ້, ພະຍາດໂຄວິດ-19 ຍັງແຜ່ລະບາດຢ່າງຮ້າຍແຮງ, ເສດຖະກິດໂລກຟື້ນຄືນຢ່າງຫຍຸ້ງຍາກລຳບາກ, ວິກິດການອູແກຼນໄດ້ເກີດຂຶ້ນຕາມມາພາຍຫຼັງ. ພາຍໃຕ້ສະພາບການແນວນີ້, ຈີນ ແລະ ສະຫະພາບເອີຣົບທີ່ເປັນ 2 ກຳລັງສຳຄັນ, 2 ຕະຫຼາດໃຫຍ່ ແລະ 2 ອະລິຍະທຳທີ່ສຳຄັນຂອງໂລກ, ຄວນເພີ່ມທະວີການແລກປ່ຽນຄວາມຄິດເຫັນກ່ຽວກັບການພົວພັນຈີນ-ສະຫະພາບເອີຣົບ ແລະ ບັນຫາສຳຄັນທີ່ກ່ຽວພັນຖິງສັນຕິພາບ ແລະ ການພັດທະນາຂອງໂລກ, ເສີມຂະ ຫຍາຍບົດບາດທີ່ມີລັກສະນະສ້າງສັນ,ສ້າງປັດໄຈແຫ່ງສະຖຽນລະພາບໃຫ້ແກ່ສະຖານະການຂອງໂລກທີ່ປັ່ນປ່ວນ.


ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ: ນັບແຕ່ປີກາຍນີ້ເປັນຕົ້ນມາ, ການພົວພັນລະຫວ່າງຈີນ-ສະຫະພາບເອີຣົບໄດ້ບັນລຸການພັດທະນາອັນໃໝ່ໃນສິ່ງທ້າທາຍ, ການຮ່ວມມືລະຫວ່າງຈີນ-ສະຫະພາບເອີຣົບໄດ້ຮັບໝາກຜົນອັນໃໝ່ຢູ່ທ່າມກາງຄວາມຫຍຸ້ງຍາກ. ຄວາມຈິງໄດ້ຢືນຢັນໃຫ້ເຫັນວ່າ: ຈີນ ແລະ ສະຫະພາບເອີຣົບມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງ ແລະ ມີພື້ນຖານການຮ່ວມມືທີ່ເລິກເຊິ່ງ, ມີແຕ່ການຮ່ວມມື ແລະ ການປະສານງານກັນເທົ່ານັ້ນຈຶ່ງຈະສາມາດແກ້ໄຂບັນຫາ ແລະ ຮັບມືກັບສິ່ງທ້າທາຍໄດ້. ນະໂຍບາຍຕໍ່ກັບສະຫະພາບເອີຣົບຂອງຈີນໄດ້ຮັກສາຄວາມໝັ້ນທ່ຽງ ແລະ ຕໍ່ເນື່ອງ, ຫວັງວ່າ ສະຫະພາບເອີຣົບ ຈະມີຄວາມຮັບຮູ້ກ່ຽວກັບຈີນຢ່າງເປັນເຈົ້າຕົນເອງ,ປະຕິບັດນະໂຍບາຍຕໍ່ກັບຈີນຢ່າງເປັນເຈົ້າຕົນເອງ, ຮ່ວມກັບຝ່າຍຈີນ ເພື່ອຮ່ວມກັນຊຸກຍູ້ການພົວພັນຈີນ-ສະຫະພາບເອີຣົບໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ.