ງານວາງສະແດງໂລກດູໄບອັັັດລົງ

2022-04-01 11:30:19 cri



ງານວາງສະແດງໂລກດູໄບ2020ທີ່ດຳເນີນມາເປັນເວລາ 6 ເດືອນຢູ່ສະຫະລັດອາຣັບເອມີເຣດ ໄດ້ອັດລົງແລ້ວໃນວັນທີ 31 ມີນາຜ່ານມາ. ງານວາງສະແດງຄັ້ງນີ້ໄດ້ມີ 192 ປະເທດເຂົ້າຮ່ວມງານ ແລະໄດ້ດຶງດູດຜູ້ຊົມ 22 ລ້ານກວ່າຄົນໄປຊົມງານ. ຫໍວາງສະແດງຈີນໄດ້ດຶງດູດນັກທ່ອງທ່ຽວຫຼາຍກວ່າ 1.650.000 ເທື່ອຄົນ, ຖືກຍ້ອງວ່າເປັນໜຶ່ງໃນບັນດາຫໍວາງສະແດງແຫ່ງຊາດ ທີ່ໄດ້ຮັບຄວາມນິຍົມ ຊົມຊອບກວ່າໝູ່, ມີເອກະລັກພິເສດຫຼາຍກວ່າໝູ່ແລະ ໜ້າປະທັບໃຈກວ່າໝູ່. ວັນທີ 31 ມີນາແລ້ວນີ້, ທ່ານຢວີຢີ້ ໂຄສົກສະມາຄົມ ສົ່ງເສີມການຄ້າຈີນໄດ້ ກ່າວຢືນຢັນຢູ່ທີ່ນະຄອນຫຼວງປັກກິ່ງວ່າ: ໃນໄລຍະດຳເນີນງານວາງສະແດງ ໂລກດູໄບ, ວິສາຫະກິດຈີນແລະຕ່າງປະເທດໄດ້ເຊັນສັນຍາການຮ່ວມ ມືໃນຫຼາຍຂົງເຂດເຊິ່ງມີມູນຄ່າລວມທັງໝົດຫຼາຍກວ່າ 8,7 ຕື້ຢວນ.


ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ງານວາງສະແດງໂລກດູໄບ2020ຈຶ່ງຖືກເລື່ອນເວລາອອກໄປຈັດໃນລະຫວ່າງ ວັນທີ 1 ຕຸລາປີ2021 ຫາວັນທີ 31 ມີນາປີ2022.  ງານວາງສະແດງໂລກ ຄັ້ງນີ້ມີຫົວຂໍ້ວ່າ: “ສື່ສານທາງແນວຄິດ ແລະສ້າງອະນາຄົດ”, ຫໍວາງສະແດງຈີນໄດ້ຈັດກິດຈະກຳຕ່າງໆເຊັ່ນ ພິທີເປີດຫໍວາງສະແດງ, ວັນຫໍວາງສະແດງຈີນ, ສັບປະດາ ກິດຈະກຳແຂວງ ເຂດປົກຄອງຕົນເອງແລະກຳແພງນະຄອນ, ວັນກິດຈະກຳວິ ສາຫະກິດແລະອື່ນໆ.ວິສາຫະກິດທີ່ດີເດັ່ນຂອງຈີນ3000 ກວ່າແຫ່ງໄດ້ເຂົ້າຮ່ວມ, ມີຜູ້ຊົມຫຼາຍກວ່າ 46 ລ້ານຄົນໄດ້ເຂົ້າຊົມຢູ່ສະຖານທີ່ຈັດງານຫຼືທາງອອນລາຍ.