ໄທ ກັບ ມາເລເຊຍເປີດດ່ານຊາຍແດນຄືນໃໝ່່ໃນວັນທີ 1 ເມສານີ້

2022-04-02 14:52:06 CRI


ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19,ດ່ານຊາຍແດນລະຫວ່າງໄທ ກັບ ມາເລເຊຍໄດ້ປິດມາເປັນເວລາ 2 ປີແລ້ວ. ໂດຍຜ່ານການປຶກສາຫາລືຂອງສອງຝ່າຍຢ່າງບໍ່ຢຸດຢັ້ງ ແລະ ກະກຽມຄວາມພ້ອມຢ່າງພຽງພໍ, ນັບແຕ່ວັນທີ 1 ເມສານີ້ເປັນຕົ້ນໄປ, ດ່ານຊາຍແດນສ່ວນໜຶ່ງລະຫວ່າງສອງປະເທດຈະເປີດຄືນໃໝ່ ແລະ ອະນຸຍາດໃຫ້ບຸກຄົນເຂົ້າເມືອງ ແລະ ອອກເມືອງເປັນປົກກະຕິ.


    ສຳລັບບຸກຄົນທີ່ເຂົ້າເມືອງໄທຕ້ອງຮ້ອງຂໍ “ບັດຜ່ານດ່ານຂອງໄທ” ລ່ວງໜ້າດ້ວຍທາງອອນລາຍຕາມຂໍ້ກຳນົດ, ຊື້ການປະກັນໄພດ້ານການປິ່ນປົວພະຍາດໂຄວິດ-19,ເມື່ອເຂົ້າເມືອງແລ້ວຕ້ອງຈ່າຍຄ່າກວດນິວຄະເລອິກ ຊອກຫາເຊື້ອໄວຣັດໂຄວິດ-19 ເທື່ອໜຶ່ງດ້ວຍຕົນເອງ, ສະເລ່ຍແລ້ວຕົກຢູ່ 6.000 ຫາ 8.000 ບາດ.