ລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ:ຣັດເຊຍແລະອິນເດຍໄດ້ປະຕິບັດກົນໄກຈ່າຍຄ່າການຄ້າດ້ວຍເງິນຕາປະເທດຕົນແລ້ວ

2022-04-02 14:57:40 CRI



    ວັນທີ 1  ເມສານີ້, ທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍທີ່ພວມຢ້ຽມຢາມອິນເດຍກ່າວວ່າ, ຣັດເຊຍ ກັບ ອິນເດຍໄດ້ປະຕິບັດກົນໄກຈ່າຍຄ່າການຄ້າດ້ວຍເງິນລຸບ ແລະ ເງິນຣູບີແລ້ວ, ແລະຈະເພີ່ມທະວີລະບົບຈ່າຍຄ່າການຄ້າແບບນີ້ຕື່ມອີກ.


   ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງຈາກຈັດການພົບປະກັບລັດຖະມົນຕີກະຊວງການຕ່າງປະເທດອິນເດຍ, ທ່ານເຊີເກ ລາຟລົຟກ່າວວ່າ, ຣັດເຊຍໄດ້ສ້າງລະບົບທີ່ດຳເນີນການຄ້າກັບອິນເດຍ ແລະ ປະເທດອື່ນໆໂດຍຜ່ານການຈ່າຍດ້ວຍເງິນຕາປະເທດຕົນ ແລະ ຈະພະຍາຍາມຫຼຸດພົ້ນອອກຈາກລະບົບຈ່າຍຄ່າການຄ້າທີ່ຖືເງິນໂດລາສະຫະລັດເປັນພື້ນຖານ.ຄວາມກົດດັນຈາກອາເມຣິກາຈະບໍ່ສ້າງຜົນກະທົບຕໍ່ການພົວພັນຄູ່ຮ່ວມລະຫວ່າງຣັດເຊຍ ກັບ ອິນເດຍ, ຣັດເຊຍ ກັບ ອິນເດຍຈະດຳເນີນການຄ້າດ້ານນ້ຳມັນເຊື້ອໄຟ, ອາວຸດຍຸດໂທປະກອນແລະ ສິນຄ້າອື່ນໆດ້ວຍເງິນຕາປະເທດຕົນ.