ທ່ານ ສີຈິ້ນຜິງ ພົບປະກັບປະທານສະພາມົນຕີເອີຣົບ ແລະ ປະທານຄະນະກຳມະການສະຫະພາບເອີຣົບ

2022-04-02 10:00:35 ​cri

ຕອນຄ່ຳວັນທີ 1 ເມສານີ້ ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ຊາເລັສ ມີແຊວ ປະທານສະພາມົນຕີເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເອັນ ປະທານຄະນະກຳມະການສະຫະພາບເອີຣົບຜ່ານທາງວິດີໂອ.

ທ່ານ ສີຈິ້ນຜິງ ກ່າວວ່າ, ຈີນແລະເອີຣົບ ຄວນເປັນກຳລັງໃຫຍ່ສອງແງ່ທີ່ປົກປັກຮັກສາສັນຕິພາບຂອງໂລກ, ນຳໃຊ້ຄວາມໝັ້ນທ່ຽງຂອງສາຍພົວພັນຈີນ-ເອີຣົບໄປຮັບມືກັບຄວາມບໍ່ແນ່ນອນຂອງສະຖານະການສາກົນ. ຈີນແລະເອີຣົບ ຍັງຄວນເປັນສອງຕະຫຼາດໃຫຍ່ທີ່ຊຸກຍູ້ການພັດທະນາຮ່ວມກັນ, ນຳໃຊ້ການເປີດປະຕູ ແລະ ການຮ່ວມມືຈີນ-ເອີຣົບ ໄປຊຸກຍູ້ການພັດທະນາຂອງເສດຖະກິດໂລກາພິວັດໃຫ້ກ້າວເຂົ້າສູ່ລວງເລິກ.

ທ່ານ ຊາເລັສ ມີແຊວ ແລະ ທ່ານນາງ ອູຊູລາ ວອນເດີເລເອັນ ກ່າວວ່າ, ພາຍໃຕ້ສະຖານະການສາກົນໃນປັດຈຸບັນ, ການທີ່ເອີຣົບ ແລະ ຈີນເພີ່ມທະວີການສົນທະນາ ແລະ ການຮ່ວມມືກັນນັ້ນ ແມ່ນມີຄວາມສຳຄັນທີ່ສຸດ. ເອີຣົບເນັ້ນຢ້ຳວ່າ ຈະຍຶດໝັ້ນຫຼັກການປະເທດຈີນດຽວ, ຫວັງຢາກແລກປ່ຽນຄວາມເຫັນກັບຝ່າຍຈີນຢ່າງເປີດອົກເປີດໃຈ, ສືບຕໍ່ທ່ວງທ່າຂະຫຍາຍຕົວທີ່ດີຂອງສາຍພົວພັນເອີຣົບ-ຈີນ, ຍິນດີລົງເລິກການຮ່ວມມືກັບຝ່າຍຈີນໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການຄ້າ, ການລົງທຶນ, ພະລັງງານ, ການພັດທະນາແບບສີຂຽວ ແລະອື່ນໆຢ່າງຕໍ່ເນື່ອງ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກ ເຊັ່ນ: ພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກຊີວະນານາພັນ ແລະອື່ນໆ, ທຳຄວາມພະຍາຍາມເພື່ອຊຸກຍູ້ສັນຕິພາບ, ການເຕີບໂຕດ້ານເສດຖະກິດ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງໂລກ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການອູແກຣນຕື່ມອີກ.