ສະຫະພັນບານເຕະສາກົນ ແລະ ກາຕາປະກາດສັດນຳໂຊກປະຈຳການແຂ່ງຂັນເຕະບານຊີງແຊັມໂລກ 2022

2022-04-02 15:01:09 CRI


ວັນທີ 1 ເມສານີ້, ສະຫະພັນບານເຕະສາກົນ ຫຼື ຟີຟາ ແລະ ກາຕາໄດ້ປະກາດ “ລາອີບ La'eeb” ເປັນສັດນຳໂຊກປະຈຳການແຂ່ງຂັນເຕະບານຊີງແຊັມໂລກ 2022,ແລະໄດ້ເຂົ້າຮ່ວມພິທີຈົກສະຫຼາກແບ່ງສາຍການແຂ່ງຂັນເຕະບານຊີງແຊັມໂລກ.

 

ລາອີບເປັນຕົວກາຕູນ, ໃນພາສາອາຣັບມີຄວາມໝາຍວ່າ ນັກກິລາເຕະບານຜູ້ມີສີຕີນເກັ່ງ, ສົ່ງເສີມໃຫ້ຄົນທັງຫຼາຍມີຄວາມໝັ້ນໃຈຕໍ່ຕົນເອງ, ຈະພາໝົດທຸກຄົນຮູ້ສຶກຄວາມມ່ວນຊື່ນໄປນຳກິລາເຕະບານ.