ໂລກນີ້ ບໍ່ຕ້ອງການສົງຄາມເຢັນບັ້ນໃໝ່

2022-04-02 16:47:36 cri


ວັນທີ1ເມສານີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ທ່ານນາງ ມາເຣຍ ຈາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ: ກອງປະຊຸມສຸດຍອດກຸ່ມນາໂຕທີ່ຈັດຂຶ້ນຢູ່ບຣູກແຊນຂອງແບນຊິກໄດ້ສະແດງໃຫ້ເຫັນຄວາມຈົງຮັກພັກດີຂອງປະເທດສະມາຊີກນາໂຕຕໍ່ອາເມຣິກາ,ຊຶ່ງສະແດງໃຫ້ເຫັນວ່າ ນາໂຕຈະສືບຕໍ່ສະກັດກັ້ນຣັດເຊຍຢ່າງຮອບດ້ານ,ເພື່ອຢາກໃຫ້ການປະທະກັນລະຫວ່າງຣັດເຊຍ-ອູແກຣນດຳເນີນຕໍ່ໄປ. ທ່ານມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?


ທ່ານຈ້າວລີ້ຈ່ຽກ່າວວ່າ: ໂລກນີ້ ບໍ່ຕ້ອງການສົງຄາມເຢັນບັ້ນໃໝ່,ເອີລົບຍິ່ງບໍ່ຕ້ອງການສົງຄາມເຢັນບັ້ນໃໝ່. ວິກິດການອູແກຣນໄດ້ດຳເນີນມາເປັນເວລາໜຶ່ງເດືອນປາຍແລ້ວ,ປະເທດສ່ວນຫຼາຍຂອງປະຊາຄົມໂລກລ້ວນແຕ່ຫວັງຢາກຊຸກຍູ້ໃຫ້ຈັດການເຈລະຈາສັນຕິພາບ ໂດຍຄອງຄອຍໃຫ້ຢຸດຍິງໃນທັນທີໂດຍໄວເທົ່າທີ່ຈະໄວໄດ້. ນາໂຕຄວນສຳຫຼວດຕົນເອງໃນບັນຫາຄວາມໝັ້ນຄົງຂອງເອີລົບ ແລະນາໂຕເປັນຕົວສະແດງແບບໃດໃນວິກິດການອູແກຣນ.