ຣັດເຊຍໄດ້ພົບຫຼັກຖານທີ່ຫ້ອງທົດລອງຊີວະພາບອາເມຣິກາຢູ່ອູແກຼນອາດກຽມກໍ່ວິນາດສະກຳດ້ວຍເຊື້ອພະຍາດ

2022-04-03 16:07:28 cri


ວັນທີ 2 ເມສານີ້, ທ່ານນາງອີຣິນນະ ອາໂຣວະຈາ ຮອງປະທານສະພາດູມາ ຣັດເຊຍ ທັງເປັນປະທານປະສົມຄະນະກຳມະການສຳຫຼວດການເຄື່ອນໄຫວຂອງ ຫ້ອງທົດລອງຊີວະພາບອາເມຣິກາຢູ່ອູແກຼນກ່າວວ່າ: ຣັດເຊຍໄດ້ພົບຫຼັກຖານ ທີ່ຫ້ອງທົດລອງຊີວະພາບເຫຼົ່ານີ້ອາດຈະກະກຽມດຳເນີນການເຄື່ອນໄຫວກໍ່ວິນາດສະກຳດ້ວຍເຊື້ອພະຍາດ, ຫຼັກຖານເຫຼົ່ານີ້ລວມມີເງິນເຈ້ຍທີ່ຖືກມົນລະພິດຈາກ ເຊື້ອພະຍາດທີ່ຖືກພົບເຫັນຢູ່ໃກ້ໂຮງຮຽນແຫ່ງໜຶ່ງຢູ່ເຂດລູກັນສ໌ ເມື່ອເດືອນພະ ຈິກປີ 2020.
ທ່ານນາງອີຣິນນະ ອາໂຣວະຈາ ກ່າວວ່າ: ເຈົ້າໜ້າທີ່ເຂດລູກັນສ໌ ໄດ້ສະໜອງ ຂໍ້ມູນແລະເອກກະສານທີ່ກ່ຽວຂ້ອງ, ຂໍ້ມູນແລະເອກກະສານເຫຼົ່ານີ້ຈະຖືກເກັບ ຮັກສາໄວ້ ແລະສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ. ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຂອງເຂດລູກັນສ໌ ແລະຄະນະກຳມະການການສຳຫຼວດຂອງສະພາດູມາຣັດເຊຍ ຈະສືບຕໍ່ດຳເນີນການສຳຫຼວດຮ່ວມກັນ ແລະ ຈະສົ່ງຜູ້ຊ່ຽວຊານທີ່ກ່ຽວຂ້ອງໄປ ເຂົ້າຮ່ວມການສຳຫຼວດດັ່ງກ່າວ.