ເຮືອບິນລຳໜຶ່ງທີ່ບິນຈາກອັງກິດໄດ້ຫາຍສາບສູນຢູ່ຊ່ອງແຄບອັງກິດ

2022-04-03 14:54:01 CRI

ວັນທີ 2 ເມສານີ້ີຕາມເວລາທ້ອງຖິ່ນ, ເຮືອບິນລຳໜຶ່ງທີ່ບິນຈາກອັງກິດ ໄດ້ຫາຍສາບສູນຢູບໍລິເວນຊ່ອງແຄບອັງກິດ, ປັດຈຸບັນ, ໜ່ວຍກູ້ໄພພວມ ຄົ້ນຫາຢູ່ເຂດດັ່ງກ່າວ.

ຢູ່ເທິງເຮືອບິນລຳນີ້ມີ 2 ຄົນ, ໄດ້ບິນຂຶ້ນຈາກແຂວງວາວິກເຊຍຂອງອັງກິດ ແລະ ມຸ່ງໜ້າສູ່ເມືອງເລີເຕົາເກວດຂອງປະເທດຝຣັ່ງ.
ເຈົ້າໜ້າທີ່ກອງປ້ອງກັນຊາຍຝັ່ງທະເລຝຣັ່ງກ່າວວ່າ: ໄດ້ຄົ້ນຫາເຮືອບິນທີ່ຫາຍ ສາບສູນລຳນີ້ມາໂດຍຕະຫຼອດ ນັບແຕ່ຕອນບ່າຍມື້ດຽວກັນເປັນຕົ້ນມາ.