ສະພາສິດທິມະນຸດ ສປຊ ຮັບຮອງມະຕິກ່ຽວກັບການຊຸກຍູ້ແລະປົກປ້ອງ ສິດທິດ້ານເສດຖະກິດ ສັງຄົມ ແລະວັດທະນະທຳ ທີ່ຈີນແລະປະເທດທີ່ກ່ຽວຂ້ອງຮ່ວມກັນສະເໜີ

2022-04-03 15:48:57 cri

ກອງປະຊຸມຄັ້ງທີ 49 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ ທີ່ຈັດຂຶ້ນໃນວັນທີ 1 ເມສານີ້ ໄດ້ຮັບຮອງເອົາມະຕິກ່ຽວກັບການຊຸກຍູ້ ແລະປົກປ້ອງສິດທິດ້ານເສດຖະກິດ, ສັງຄົມ ແລະວັດທະນະທຳ ແລະລຶບລ້າງຄວາມບໍ່ສະເໝີພາບ ທີ່ປະເທດຈີນແລະປະເທດທີ່ກ່ຽວຂ້ອງ 66 ປະເທດຮ່ວມກັນສະເໜີ.

ປະເທດພວມພັດທະນາ ເຊັ່ນ: ປາກີສະຖານ, ກູບາ, ອິນໂດເນເຊຍ, ມາເລເຊຍ ແລະປະເທດອື່ນໆ ໄດ້ປະກອບຄຳເຫັນວ່າ: ສະພາບການ ແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຄວາມບໍ່ສະເໝີພາບທີ່ມີຢູ່ ໃນປັດຈຸບັນໜັກໜ່ວງຂຶ້ນອີກ, ໄດ້ສ້າງຜົນສະທ້ອນທັງລົບຢ່າງໜັກໜ່ວງ ຕໍ່ການໃຊ້ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ໂດຍສະເພາະ ຢູ່ປະເທດພວມພັດທະນາ ແລະ ປະເທດດ້ອຍພັດທະນາ. ຜູ້ຕາງໜ້າຈີນໄດ້ກ່າວວ່າ: ປະຊາຄົມໂລກຄວນເພີ່ມທະວີການລົງທຶນໃນດ້ານ ການປົກປ້ອງສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ. ສະພາສິດທິມະນຸດ ຄວນຮັບຟັງຄຳຮ້ອງຂໍຂອງປະເທດຕ່າງໆ ໂດຍສະເພາະ ແມ່ນປະເທດພວມພັດທະນາ, ຕອບສະໜອງຄວາມຫວັງຂອງປະຊາຊົນ ປະເທດຕ່າງໆ ໂດຍສະເພາະແມ່ນກຸ່ມຄົນດ້ອຍໂອກາດ ເພື່ອຊ່ວຍເຫຼືອ ໃຫ້ເຂົາເຈົ້າສາມາດຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳໄດ້ດີກວ່າເກົ່າ, ແລະລຶບລ້າງຄວາມບໍ່ສະເໝີພາບ.