ສົງຄາມໝູ່ເກາະມາວວິນາສຄົບຮອບ 40 ປີ

2022-04-03 11:50:09 cri

ນັບແຕ່ສະຕະວັດທີ 19 ເປັນຕົ້ນມາ, ໝູ່ເກາະມາວວິນາສຂອງອກຊັງຕິນ ໄດ້ຖືກປະເທດອັງກິດຍຶດຄອງເອົາ. ວັນທີ 2 ເມສາປີ 1982, ເພື່ອຍາດຄືນອະທິປະໄຕເໜືອໝູ່ເກາະມາວວິນາສ, ອກຊັງຕິນໄດ້ກໍ່ສົງຄາມກັບອັງກິດ, ສອງຝ່າຍໄດ້ຕໍ່ສູ້ກັນເປັນເວລາ 74 ມື້, ໃນທີ່ສຸດອັງກິດໄດ້ຮັບໄຊຊະນະ.

ວັນທີ 2 ເມສາປີນີ້ແມ່ນສົງຄາມໝູ່ເກາະມາວວິນາສລະເບີດຂຶ້ນຄົບຮອບ 40 ປີ. ເຖິງວ່າແປວໄຟສົງຄາມໄດ້ມອດລົງເປັນເວລາດົນແລ້ວ, ແຕ່ສຳລັບປະຊາຊົກຊັງຕິນ, ໂດຍສະເພາະແມ່ນທະຫານເກົ່າຂອງອກຊັງຕິນທີ່ເຄີຍເຂົ້າຮ່ວມສົງຄາມເທື່ອນີ້ແລ້ວແມ່ມຄວາມຊົງຈຳຕອນໜຶ່ງທີ່ບໍ່ມີວັນຫຼົງລືມໄດ້.

ເວລາ 40 ປີຜ່ານໄປ, ທະຫານເກົ່າເຫຼົ່ານີ້, ລັດຖະບານ ແລະ ປະຊາຊົນອກຊັງຕິນ ບໍ່ໄດ້ຢຸດເຊົາການສະແດງຄວາມຮຽກຮ້ອງຕໍ່ອະທິປະໄຕເໜືອໝູ່ເກາະມາວວິນາສ ແລະ ໃຫ້ອັງກິດກັບຄືນສູ່ການຈະເລຈາ ເພື່ອແກ້ໄຂບັນຫາລັດທິລ່າເມືອງຂຶ້ນທີ່ຕົກທອດມາແຕ່ປະຫວັດສາດນີ້.