ການຂົນສົ່ງເຊື່ອມຕໍ່ທາງທະເລ-ທາງລົດໄຟຕາມຊ່ອງທາງໃໝ່ທັງທາງບົກ ແລະທາງທະເລຢູ່ພາກຕາເວັນຕົກຂອງຈີນໄດ້ຮັບຜົນສຳເລັດສູງ

2022-04-04 14:10:46 cri


ກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂານະຄອນນານນີງ ໄດ້ໃຫ້ຮູ້ວ່າ: ໃນໄຕມາດທີໜຶ່ງປີນີ້, ຂະບວນລົດໄຟຂົນສົ່ງທີ່ເຊື່ອມຕໍ່ທາງທະເລ-ທາງລົດໄຟຕາມຊ່ອງທາງໃໝ່ທັງທາງບົກ ແລະທາງທະເລຢູ່ພາກຕາເວັນຕົກຂອງຈີນ ໄດ້ສຳເລັດການຂົນສົ່ງສິນຄ້າໃສ່ຕູ້ຄອນເທັນ ເນີຫຼາຍກວ່າ 1,7 ແສນຕູ້, ເພີ່ມຂຶ້ນ 6,2 ໝື່ນຕູ້ ຫຼື 56,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ.

ຕາມຂ່າວແຈ້ງວ່າ, ຄຽງຄູ່ກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ເລີ່ມມີຜົນສັກສິດໃນວັນທີ 1 ມັງກອນປີນີ້, ການຂົນສົ່ງສິນຄ້າຕາມຊ່ອງທາງໃໝ່ທັງ ທາງບົກແລະທາງທະເລຢູ່ພາກຕາເວັນຕົກຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ໂດຍ ປະເພດສິນຄ້າແລະຮູບແບບການບໍລິການໃນການຂົນສົ່ງສິນຄ້າກໍນັບມື້ນັບມີຄວາມສົມບູນຂຶ້ນ.

ຕາມສະຖິຕິ, ນັບມາຮອດປັດຈຸບັນ, ຂະບວນລົດໄຟຂົນສົ່ງທີ່ເຊື່ອມຕໍ່ທາງທະເລ-ທາງລົດ ໄຟຕາມຊ່ອງທາງດັ່ງກ່າວ ໄດ້ເປີດບໍລິການຢູ່ສະຖານີລົດໄຟທັງເປັນຕົ້ນທາງແລະ ປາຍທາງ 34 ແຫ່ງ, ຈຸດໝາຍປາຍທາງຂອງການຂົນສົ່ງສິນຄ້າໄດ້ກວມເອົາທ່າກ່ຳປັ່ນ 300 ກວ່າແຫ່ງຂອງ 107 ປະເທດ ແລະເຂດແຄວ້ນໃນໂລກ.