ລັດຖະມົນຕີການຕ່າງປະເທດອີຣານໃຫ້ຮູ້ວ່າ ການເຈລະຈາຢູ່ກຸງວຽນໃກ້ຈະບັນລຸ ສັນຍາແລ້ວ

2022-04-04 15:51:04 CRI

ວັນທີ 3 ເມສານີ້ຕາມເວລາທ້ອງຖິ່ນ, ໂຮເຊອິນ ອາເມຍ ອັບດູນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ສົນທະນາຜ່ານທາງໂທລະສັບກັບທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່ຽວກັບ ສະຖານະການຢູ່ພາກພື້ນ ແລະ ບັນຫາເຄັ່ງຮ້ອນເປັນຕົ້ນ.

ສຳລັບການເຈລະຈາກ່ຽວກັບສັນຍານິວເຄຼຍອີຣານຢູ່ກຸງວຽນ ປະເທດໂອຕຼິສ, ທ່ານໂຮ ເຊອິນ ອາເມຍ ອັບດູນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ກ່າວວ່າ: ການເຈລະຈາດັ່ງກ່າວໃກ້ຈະບັນລຸການເຊັນສັນຍາແລ້ວ, ຝ່າຍອີຣານໄດ້ຜ່ານຜູ້ແທນການ ເຈລະຈາຂັ້ນສູງຂອງສະຫະພາບເອີຣົບທ່ານໜຶ່ງສົ່ງຂໍ້ສະເໜີຂອງຕົນໄປຍັງອາເມຣິກາແລ້ວ, ປັດຈຸບັນ, “ໝາກບານແມ່ນຢູ່ໃນມືຂອງອາເມຣິກາ”. ຂະນະທີ່ທ່ານອັນໂຕນີໂອ ກູເຕີເຣັສ ກໍໄດ້ເນັ້ນໜັກຄວາມສຳຄັນຂອງການເຈລະຈາກຸງວຽນ, ແລະຫວັງວ່າບັນດາຝ່າຍຈະບັນລຸ ສັນຍາທີ່ກ່ຽວຂ້ອງໂດຍໄວ.

ນອກນີ້, ສອງທ່ານຍັງໄດ້ປຶກສາຫາລືບັນຫາເຢເມນ, ແລະໄດ້ແລກປ່ຽນຄວາມເຫັນ ກ່ຽວກັບບັນຫາອັຟການິສະຖານ, ບັນຫາອູແກຣນ ແລະບັນຫາອື່ນໆ.