ປະຊາຊົນຈີນໄຫວ້ບັນພະບຸລຸດຜ່ານທາງອິນເຕີເນັດໃນວັນບຸນປີນີ້ເພີ່ມຂຶ້ນ 275,7%

2022-04-04 15:44:33 CRI

ແຫຼ່ງຂ່າວຈາກກະຊວງກິດຈະການພົນລະເຮືອນຈີນໃຫ້ຮູ້ໃນວັນທີ 3 ເມສານີ້ວ່າ, ໃນໄລຍະບຸນອະນາໄມສຸສານແລະໄຫວ້ບັນພະບຸລຸດຈີນປີນີ້, ປະຊາຊົນມີຄວາມຍິນຍອມຕໍ່ ການໄຫວ້ບັນພະບຸລຸດຜ່ານທາງອິນເຕີເນັດນັບມື້ນັບເພີ່ມຂຶ້ນ. ສຳລັບມື້ທຳອິດຂອງໄລຍະພັກ ມື້ບຸນປີນີ້, ທົ່ວປະເທດຈີນມີຈຸດໄຫວ້ບັນພະບຸລຸດທາງອອນລາຍ 2.304 ຈຸດ, ມີປະຊາຊົນ ເຂົ້າໄປໄຫວ້ບັນພະບຸຸລຸດ 6,95 ລ້ານເທື່ອຄົນ, ເພີ່ມຂຶ້ນ 275,7% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ.

ນອກນີ້, ອີງຕາມຕົວເລກສະຖິຕິຈາກອົງການບໍລິການຈັດງານສົບຢູ່ແຫ່ງຕ່າງໆໃນທົ່ວ ປະເທດທີ່ໄດ້ເປີດບໍລິການ 18.925 ອົງການ ໄດ້ສະແດງໃຫ້ເຫັນວ່າ, ສຳລັບມື້ທຳອິດ ຂອງໄລຍະພັກບຸນອະນາໄມສຸສານແລະໄຫວ້ບັນພະບຸລຸດປີນີ້, ໄດ້ຕ້ອນຮັບປະຊາຊົນທີ່ໄປ ໄຫວ້ບັນພະບຸລຸດ 5,83 ລ້ານເທື່ອຄົນ, ຮັບລົດເຂົ້າຈອດປະມານ 1,23 ລ້ານເທື່ອຄັນ, ພະນັກງານບໍລິການມີ 3,2 ແສນຄົນ, ຕ່າງໄດ້ຫຼຸດລົງ 69,8%, 62,5% ແລະ 12,5% ຕາມລຳດັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນທົ່ວປະເທດມີອົງການບໍລິການ ຈັດງານສົບ 18.011 ອົງການບໍ່ໄດ້ເປີດບໍລິການເນື່ອງຈາກສະພາບການແຜ່ລະບາດຂອງ ພະຍາດໂຄວິດ-19.