ໃນອາທິດແລ້ວນີ້, ອາເມຣິກາໄດ້ຊື້ນ້ຳມັນເຊື້ອໄຟຈາກຣັດເຊຍເພີ່ມຂຶ້ນ 43%

2022-04-04 14:13:48 cri

ວັນທີ 3 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານໂປປົຟ ຮອງເລຂາທິການໃຫຍ່ສະພາຄວາມ ຄວາມໝັ້ນຄົງແຫ່ງຊາດຣັດເຊຍໄດ້ກ່າວວ່າ: ໃນຂະນະທີ່ອາເມຣິກາບັງຄັບໃຫ້ປະເທດ ເອີຣົບຕ້ອງລົງໂທດຣັດເຊຍນັ້ນ, ໃນອາທິດຜ່ານມາ, ອາເມຣິກາເອງພັດໄດ້ນຳເຂົ້ານ້ຳມັນ ເຊື້ອໄຟຈາກຣັດເຊຍເພີ່ມຂຶ້ນ 43%, ບັນລຸເຖິງ 1 ແສນບາເຣວຕໍ່ວັນ. ແຕ່ອາເມຣິກາ ພັດຫ້າມບໍ່ໃຫ້ປະເທດເອີຣົບຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ.