ທ່ານວາງຢີ້ໄດ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ

2022-04-04 15:04:08 CRI

ວັນທີ 3 ເມສານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງ ປະເທດຈີນ ໄດ້ພົບປະກັບທ່ານເຕວໂດໂຣ ໂລເຊນ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ຢູ່ເມືອງຖຸນຊີແຂວງອ່ານຮຸຍ ສປ ຈີນ.

ທ່ານວາງຢີ້ກ່າວວ່າ: ຈີນໄດ້ຖືເອົາຟີລິບປິນໄວ້ຢູ່ຖານະສຳຄັນໃນນະໂຍບາຍການຕ່າງ ປະເທດກັບປະເທດອ້ອມຂ້າງຂອງຈີນມາໂດຍຕະຫຼອດ, ນະໂຍບາຍມິດຕະພາບຖານບ້ານ ໃກ້ເຮືອນຄຽງທີ່ດີຕໍ່ຟີລິບປິນຂອງຈີນ ໄດ້ມີຄວາມຕໍ່ເນື່ອງ ແລະ ບໍ່ປ່ຽນແປງ. ສອງຝ່າຍ ຄວນກຳຈັດສິ່ງລົບກວນຕ່າງໆ, ຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນດ້ວຍຄວາມໃຈເຢັນ ແລະ ເໝາະສົມ, ບໍ່ໃຫ້ຄວາມຂັດແຍ້ງເຫຼົ່ານີ້ກະທົບເຖິງສາຍພົວພັນຈີນ-ຟີລິບປິນ. ຈີນຍິນດີຮ່ວມກັບຟີລິບປິນ ເລັ່ງຊຸກຍູ້ການສ້າງໂຄງການສຳຄັນໃນຂົງເຂດພື້ນຖານໂຄງລ່າງ, ຍິນດີໃຫ້ການຊ່ວຍເຫຼືອດ້ານວັກຊິນປ້ອງກັນໂຄວິດ-19 ແລະ ເພີ່ມທະວີການຮ່ວມມືດ້ານ ສາທາລະນະສຸກ ໂດຍອີງຕາມຄວາມຕ້ອງການຂອງຟີລິບປິນ.
ທ່ານເຕວໂດໂຣ ໂລເຊນກ່າວວ່າ: ການພົວພັນຟີລິບປິນ-ຈີນນັບມື້ນັບມີຄວາມສົມບູນຂຶ້ນ, ການຮ່ວມມືຕົວຈິງລະຫວ່າງສອງປະເທດໄດ້ປະສົບຜົນສຳເລັດຄັ້ງປະຫວັດສາດ ເຊິ່ງໄດ້ ສ້າງຜົນປະໂຫຍດຖາວອນໃຫ້ແກ່ສອງຝ່າຍ.
ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາທະເລຈີນໃຕ້.