ກອງທັບໄທແລະກຸ່ມແບ່ງແຍກພາກໃຕ້ຂອງໄທເລີ່ມປະຕິບັດຕາມສັນຍາຢຸດຍິງ

2022-04-04 15:01:26 CRI

ເຈົ້າໜ້າທີ່ທະຫານໄທ ແລະ ກຸ່ມແບ່ງແຍກພາກໃຕ້ຂອງໄທ ຫຼື BRN ໄດ້ບັນລຸສັນຍາຢຸດ ຍິງໃນເດືອນຖືສິນອົດມຸສລິມ ໂດຍຈະຢຸດຕິການເຄື່ອນໄຫວທາງການທະຫານທຸກປະການ ຢູ່ແຂວງຍະລາ, ແຂວງປັດຕານີ, ແຂວງນະລາທິວາດ ແລະ 4 ເມືອງຂອງແຂວງສົງຂາ ແຕ່ວັນທີ 3 ເມສາຫາວັນທີ 14 ພຶດສະພາ. ໃນໄລຍະນີ້, BRN ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ກໍ່ການຫຼອນໂຈມຕີ, ກອງທັບໄທກໍຈະຢຸດຕິການປາບປາມ ແລະ ຖອນໃບແຈ້ງເພື່ອ ນຳຈັບພວກຕ້ອງຫາຈຳນວນໜຶ່ງທີ່ຕິດຢູ່ຕາມດ່ານກວດກາຕ່າງໆເປັນເວລາຍາວນານມາ ແລ້ວ ພ້ອມທັງຮຽກຮ້ອງໃຫ້ທະຫານໃຊ້ຄຳທັກທາຍສະບາຍດີຕາມປະເພນີມຸສລິມ ໃນເວລາກວດກາລົດຜ່ານດ່ານ.