ສາຍການບິນ Vietnam Airlines ໄດ້ຂາດທຶນເກືອບ 1 ຕື້ໂດລາສະຫະລັດໃນປີ 2021

2022-04-04 15:03:19 CRI

ສາຍການບິນ Vietnam Airlines ໄດ້ເປີດເຜີຍຜົນງານທຸລະກິດໄຕມາດທີ 4 ແລະ ໝົດປີ 2021 ທີ່ໃນວັນທີ 3 ເມສານີ້ ໂດຍສະແດງໃຫ້ເຫັນວ່າ: ປີ 2021, ບໍລິສັດຕົນໄດ້ຂາດທຶນ 21.978 ຕື້ດົງ ຫຼື ປະມານ 1 ຕື້ໂດລາສະຫະລັດ.

ລາຍຮັບໃນການທຸລະກິດໃນໄຕມາດທີ 4 ຂອງປີ 2021 ຂອງສາຍການບິນ Vietnam Airlines ໄດ້ບັນລຸຫຼາຍກວ່າ 9.200 ຕື້ດົງ, ເຖິງວ່າໄດ້ເພີ່ມຂຶ້ນ 1.000 ຕື້ດົງ ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2020, ແຕ່ລາຍຮັບໃນໝົດປີຂອງສາຍການບິນ Vietnam Airlines ໄດ້ບັນລຸ 28.093 ຕື້ດົງ, ໄດ້ຫຼຸດລົງ 31% ເມື່ອທຽບໃສ່ປີ 2020. ຫຸ້ນຂອງ ສາຍການບິນ Vietnam Airlines ໄດ້ຂາດທຶນ 1.184 ຕື້ດົງຫຼັງຫັກອາກອນໃນໄຕມາດທີ 4 ຂອງປີ 2021, ນັບລວມແລ້ວໄດ້ຂາດທຶນ 13.337 ຕື້ດົງ.
ປັດຈຸບັນ, ສາຍການບິນ Vietnam Airlines ມີແຜນຈະຟື້ນຟູຖ້ຽວບິນສາກົນປະຈຳ ລະຫວ່າງຫວຽດນາມກັບ 15 ປະເທດ ແລະ ເຂດແຄວ້ນໃນຫົກເດືອນຕົ້ນປີນີ້.