ທາງລົດໄຟລາວ-ຈີນສຳເລັດການຂົນສົ່ງໂດຍຜູ້ສານແລະສິນຄ້າເປັນຈຳນວນຫຼວງຫຼາຍ

2022-04-04 15:09:00 CRI


ແຫຼ່ງຂ່າວຈາກກຸ່ມລິສັດທາງລົດໄຟແຫ່ງຊາດຈີນໄດ້ໃຫ້ຮູ້ວ່າວັນທີ 3 ເມສານີ້ທາງລົດໄຟລາວ-ຈີນໄດ້ເປີດບໍລິການຢ່າງເປັນທາງການຄົບຮອບ 4 ເດືອນນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 2,254 ລ້ານເທື່ອຄົນຂົນສົ່ງສິນຄ້າ 1,31 ລ້ານໂຕນ ເຊິ່ງເປັນ ຜົນສຳເລັດທີ່ດີສົມຄວນນັບແຕ່ເປີດບໍລິການຢ່າງເປັນທາງການເປັນຕົ້ນມາໄດ້ຂົນສົ່ງ ສິນຄ້າໄປເຖິງ 10 ກວ່າປະເທດ ເຊັ່ນຈີນລາວໄທມາເລເຊຍກຳປູເຈຍ ແລະປະເທດອື່ນໆ ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ດ້ານເສດຖະກິດການຄ້າ ລະຫວ່າງປະເທດ ແລະເຂດແຄວ້ນທີ່ກ່ຽວຂ້ອງໄດ້ອຳນວຍຄວາມສະດວກໃຫ້ແກ່ການອອກເດີນທາງຂອງ ປະຊາຊົນສອງຊາດລາວຈີນ ແລະ ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າ ໃນການຊຸກຍູ້ການ ສ້າງແລວທາງເສດຖະກິດຈີນ-ລາວ.