ເທດສະບານລັດຄາລິຟໍເນຍຂອງອາເມຣິກາເກີດເຫດຍິງກັນ ສົ່ງຜົນເຮັດໃຫ້ 6 ຄົນເສຍຊີວິດ

2022-04-04 14:20:53 cri

ຕອນຂ້ອນແຈ້ງວັນທີ 3 ເມສານີ້ຕາມເວລາທ້ອງຖິ່ນ, ນະຄອນຊາຄລາເມັນໂຕ ເທດສະ ບານລັດຄາລິຟໍເນຍຂອງອາເມຣິກາ ໄດ້ເກີດເຫດໃຊ້ອາວຸດປືນກໍ່ຄວາມຮຸນແຮງລາຍໜຶ່ງ, ສົ່ງຜົນເຮັດໃຫ້ຢ່າງນ້ອຍ 6 ຄົນເສຍຊີວິດ ແລະ 9 ຄົນບາດເຈັບ.
ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນກ່າວວ່າ, ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 2 ໂມງ, ມືປືນຄົນໜຶ່ງໄດ້ຍິງປືນໃສ່ກຸ່ມຄົນຢູ່ນອກຮ້ານອາຫານແຫ່ງໜຶ່ງທີ່ຕັ້ງຢູ່ໃຈກາງຂອງນະຄອນດັ່ງກ່າວ. ຫຼັງຈາກນັ້ນ, ມືປືນຄົນນັ້ນໄດ້ໜີໄປ, ປັດຈຸບັນຍັງບໍ່ຮູ້ຖານະຂອງມືປືນເທື່ອ.
ເຈົ້າໜ້າທີ່ຕຳຫຼວດຂອງຄະນອນຊາຄລາເມັນໂຕກ່າວວ່າ: “ເຈົ້າໜ້າທີ່ຕຳຫຼວດໄດ້ພົບ ຜູ້ປະສົບເຄາະຮ້າຍໃນເຫດການຍິງປືນເທື່ອນີ້ຢ່າງໜ້ອຍ 15 ຄົນ, ໃນນັ້ນມີ 6 ຄົນເສຍຊີວິດແລ້ວ.”
ສື່ມວນຊົນທ້ອງຖິ່ນລາຍງານວ່າ, ຢູ່ບ່ອນດັ່ງກ່າວໄດ້ເກີດການຕີຕ່ອຍກັນ ໃນຂະນະທີ່ ເກີດເຫດຍິງກັນ, ແຕ່ບໍ່ຮູ້ວ່າສອງເຫດດັ່ງກ່າວໄດ້ມີການພົວພັນກັນຫຼືບໍ່?