ພະນັກງານການແພດ 38.000 ຄົນຈາກ 15 ແຂວງທົ່ວປະເທດຈີນຮີບເດີນທາງ ໄປຊ່ວຍເຫຼືອຊຽງໄຮ້

2022-04-05 15:44:20 CRI

ແຫຼ່ງຂ່າວຈາກຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໄດ້ໃຫ້ຮູ້ວ່າ: ມາຮອດ ປັດຈຸບັນ, ທົ່ວປະເທດຈີນໄດ້ມີພະນັກງານການແພດ 38.000 ຄົນຈາກ 15 ແຂວງຮີບ ເດີນທາງໄປຊ່ວຍເຫຼືອນະຄອນຊຽງໄຮ້. ນອກນີ້, ຍັງໄດ້ລະດົມກຳລັງການກວດນິວຄຼີອິກຫາ ເຊື້ອໄວຣັດ 2,38 ລ້ານຫຼອດຕໍ່ມື້ໄປຊ່ວຍເຫຼືອອີກ.

ທ່ານນາງຈ່ຽວຢາຮຸ່ຍ ຫົວໜ້າກົມການແພດແລະການຄຸ້ມຄອງໂຮງໝໍ ຄະນະກຳມະ ການສາທາລະນະສຸກແຫ່ງຊາດຈີນໄດ້ໃຫ້ຮູ້ວ່າ: 9 ແຂວງໄດ້ສົ່ງພະນັກງານການແພດ 11.000 ກວ່າຄົນໄປປະຕິບັດໜ້າທີ່ການປິ່ນປົວໃນໂຮງໝໍພາກສະໜາມ, 4 ແຂວງໄດ້ສົ່ງ ພະນັກງານການແພດ 23.000 ກວ່າຄົນໄປປະຕິບັດໜ້າທີ່ການເກັບຕົວຢ່າງນິວຄຼີອິກ. ນອກນີ້, ມີ 12 ແຂວງໄດ້ສົ່ງພະນັກງານກວດນິວຄຼີອິກຫາເຊື້ອໄວຣັດໃນຫ້ອງທົດລອງ ວິເຄາະເກືອບ 4.000 ຄົນ.

ເລີ່ມແຕ່ວັນທີ 4 ເມສານີ້ເປັນຕົ້ນໄປ, ນະຄອນຊຽງໄຮ້ໄດ້ດຳເນີນການກວດ ນິວຄຼີອິກຫາເຊື້ອໄວຣັດໃນຂອບເຂດທົ່ວນະຄອນ, ສະນັ້ນ, ຄະນະກຳມະການສາທາລະນະ ສຸກແຫ່ງຊາດໄດ້ສົ່ງກຳລັງການກວດນິວຄຼີອິກຫາເຊື້ອໄວຣັດ 1,08 ລ້ານຫຼອດຕໍ່ມື້ຈາກ 8 ແຂວງໄປຊ່ວຍເຫຼືອນະຄອນຊຽງໄຮ້, ແລະປະສານງານກັບ 4 ແຂວງຢູ່ອ້ອມແອ້ມນະຄອນ ຊຽງໄຮ້ ໂດຍ 4 ແຂວງດັ່ງກ່າວສາມາດຮັບກວດນິວຄຼີອິກຫາເຊື້ອໄວຣັດໄດ້ 1,3 ລ້ານຫຼອດຕໍ່ມື້.