ເຢຍລະມັນແລະຝຣັ່ງຈະຂັບໄລ່ນັກການທູດຣັດເຊຍ

2022-04-05 14:15:00 cri


ວັນທີ 4 ເມສານີິ້, ກະຊວງການຕ່າງປະເທດເຢຍລະມັນ ແລະຝຣັ່ງ ໄດ້ຕົກລົງຈະຂັບໄລ່ ນັກການທູດຣັດເຊຍ. ມື້ດຽວກັນ, ກະຊວງການຕ່າງປະເທດຣັດເຊຍໄດ້ກ່າວວ່າ: ຈະປະຕິບັດມາດຕະການຕອບໂຕ້ຢ່າງແນ່ນອນ.
ສະຖານທູດຣັດເຊຍປະຈຳເຢຍລະມັນໄດ້ອອກຖະແຫຼງການໃນວັນທີ 4 ເມສານີ້ ໂດຍໄດ້ ຢືນຢັນວ່າ ເຢຍລະມັນໄດ້ປະກາດນັກການທູດຣັດເຊຍ 40 ຄົນເປັນຄົນທີ່ “ບໍ່ເພິ່ງປາຖະໜາ”. ນອກນີ້, ສື່ມວນຊົນຝຣັ່ງກໍໄດ້ລາຍງານວ່າ: ຝຣັ່ງໄດ້ຕົກລົງຈະ ຂັບໄລ່ນັກການທູດຣັດເຢຍ 35 ຄົນ.
ທ່ານດີມີຕຼີ ເມດເວເດັຟ ຮອງປະທານສະພາຄວາມໝັ້ນຄົງສະຫະພັນຣັດເຊຍ ໄດ້ພິມບົດຄວາມລົງສື່ສັງຄົມອອນລາຍວ່າ: ຣັດເຊຍຈະຂັບໄລ່ນັກການທູດຂອງປະເທດ ເອີຣົບຕ່າງໆທີ່ໄດ້ຂັບໄລ່ນັກການທູດຣັດເຊຍ ໂດຍຈະໃຊ້ມາດຕະການຕອບໂຕ້ ເທົ່າທຽມກັນ. ທ່ານເນັ້ນໜັກວ່າ: ການຂັບໄລ່ນັກການທູດຣັດເຊຍກໍເປັນການໃຊ້ກຳລັງ ກົດດັນຕໍ່ຣັດເຊຍຢ່າງຕໍ່ເນື່ອງເທົ່ານັ້ນ, “ແຕ່ເຮັດແບບນີ້ກໍບໍ່ສາມາດເຮັດໃຫ້ມີການປ່ຽນແປງ ແຕ່ຢ່າງໃດເລີຍ.”