WHO ກ່າວວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດເຖິງ 489.779.062 ກໍລະນີ

2022-04-05 14:17:52 cri


ຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 4 ເມສານີ້ ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດ ເຖິງ 489.779.062 ກໍລະນີ.
ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ຕາມເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 1 ໂມງ 11 ນາທີຂອງວັນທີ 5 ເມສານີ້ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິເປັນ ພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ໃນທົ່ວໂລກມີເຖິງ 718.294 ກໍລະນີ, ລວມທັງໝົດແມ່ນ 489.779.062 ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ຍ້ອນເປັນພະຍາດດັ່ງກ່າວ 1.758 ຄົນ, ລວມທັງໝົດແມ່ນ 6.152.095 ຄົນ.