ສະຫະພັນສະມາຄົມປະມົງແຫ່ງຊາດຍີ່ປຸ່ນເດັດດ່ຽວຄັດຄ້ານການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2022-04-06 17:32:15 cri

      ວັນທີ 5 ເມສານີ້, ທ່ານ ຄິຊິ ຮິໂຣຊິ ປະທານສະຫະພັນສະມາຄົມປະມົງແຫ່ງຊາດຍີ່ປຸ່ນໄດ້ກ່າວເນັ້ນເຖິງຫຼັກໝັ້ນຂອງຕົນອີກເທື່ອໜຶ່ງໃນເວລາພົບປະກັບທ່ານ ຮະກິອຸດະ ໂຄອິຊິ ລັດຖະມົນຕີກະຊວງເສດຖະກິດ,ການຄ້າແລະອຸດສາຫະກຳຍີ່ປຸ່ນວ່າ: ຂະແໜງການປະມົງເດັດດ່ຽວຄັດຄ້ານການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍຟູກູຊິມະລົງສູ່ທະເລ.

      ຕາມສຳນັກຂ່າວສານກຽວໂຕຂອງຍີ່ປຸ່ນລາຍງານໃນວັນທີ 5 ເມສານີ້ວ່າ: ວັນທີ 5 ເມສານີ້, ທ່ານ ຮະກິອຸດະ ໂຄອິຊິ ລັດຖະມົນຕີກະຊວງເສດຖະກິດ,ການຄ້າແລະອຸດສາຫະກຳຍີ່ປຸ່ນໄດ້ໄປຢ້ຽມຢາມແລະພົບປະກັບທ່ານ ຄິຊິ ຮິໂຣຊິ ປະທານສະຫະພັນສະມາຄົມປະມົງແຫ່ງຊາດຍີ່ປຸ່ນ, ເຊິ່ງເປັນຄັ້ງທຳອິດທີ່ລັດຖະມົນຕີກະຊວງດັ່ງກ່າວໄດ້ໄປຢ້ຽມຢາມແລະແຈ້ງສະພາບການໃຫ້ສະຫະພັນສະມາຄົມປະມົງແຫ່ງຊາດໄດ້ຮັບຊາບຫຼັງຈາກລັດຖະບານຍີ່ປຸ່ນເຫັນດີໃຫ້ປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນເດືອນເມສາປີກາຍນີ້.

      ທ່ານ ຮະກິອຸດະ ໂຄອິຊິ ກ່າວວ່າຈະເຄົາລົບແລະປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ໄວ້ກັບຂະແໜງການປະມົງ,ໃນສະພາບການທີ່ບໍ່ໄດ້ຮັບຄວາມເຫັນດີຈາກບຸກຄົນທີ່ກ່ຽວຂ້ອງໃນຂະແໜງການປະມົງຈະບໍ່ປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ.