ເກີດແຜ່ນດິນໄຫວຂະໜາດ 5,1 ລິກເຕີຢູ່ແຂວງເສສວນຂອງຈີນ

2022-04-06 17:50:32 cri

      ຕາມເຄືອຂ່າຍວັກແທກແຜ່ນດິນໄຫວຈີນໄດ້ເປີດເຜີຍໃຫ້ຮູ້ຢ່າງເປັນທາງການວ່າ: ເວລາ 7 ໂມງ 50 ນາທີຂອງວັນທີ 6 ເມສານີ້ຕາມເວລາປັກກິ່ງ, ຢູ່ເມືອງຊິ່ງເຫວີນນະຄອນຢີປິ່ນແຂວງເສສວນຂອງຈີນ ຢູ່ເສັ້ນຂະໜານເໜືອ 28,22 ອົງສາ,ເສັ້ນແວງຕາເວັນອອກ 105,03 ອົງສາ ໄດ້ເກີດມີແຜ່ນດິນໄຫວຂະໜາດ 5,1 ລິກເຕີ, ເຊິ່ງໃຈກາງແຜ່ນດິນໄຫວເລິກລົງໃຕ້ດິນ 10 ກິໂລແມັດ.ມາຮອດປັດຈຸບັນນີ້, ຍັງບໍ່ທັນມີການລາຍງານກ່ຽວກັບຄົນເສຍຊີວິດແລະບາດເຈັບເທື່ອ.