ການສູ້ຮົບລະຫວ່າງຣັດເຊຍແລະອູແກຣນມີຜົນກະທົບຕໍ່ເສດຖະກິດຂອງສະຫະພາບເອີຣົບ

2022-04-06 13:13:51 CRI


     ວັນທີ 5 ເມສານີ້, ທ່ານວານດິສ ໂດມໂບຼຟສະກິສ ຮອງປະທານຄະນະກຳມະການສະຫະພາບເອີຣົບກ່າວວ່າ: ການສູ້ຮົບລະຫວ່າງຣັດເຊຍແລະອູແກຣນໄດ້ສ້າງຜົນກະທົບຢ່າງໃຫຍ່ຫຼວງໃຫ້ກັບຕະຫຼາດທົ່ວໂລກ ແລະກຳລັງກີດຂວາງການເຄື່ອນໄຫວດ້ານເສດຖະກິດຂອງສະຫະພາບເອີຣົບໃນຫຼາຍຊ່ອງທາງ.


     ກອງປະຊຸມລັດຖະມົນຕີເສດຖະກິດແລະການເງິນຂອງປະເທດສະມາຊິກສະຫະພາບເອີຣົບໄດ້ຈັດຂຶ້ນຢູ່ປະເທດລຸກຊຳບວກໃນວັນທີ 5 ເມສານີ້ ເຊິ່ງໄດ້ສຸມໃສ່ປຶກສາຫາລືກັນກ່ຽວກັບສະພາບເສດຖະກິດຂອງສະຫະພາບເອີຣົບແລະໄດ້ປຶກສາຫາລືກັນວ່າຄວນເຮັດແນວໃດເພື່ອຮັບມືກັບຜົນກະທົບຈາກການສູ້ຮົບລະຫວ່າງຣັດເຊຍແລະອູແກຣນທີ່ມີຕໍ່ເສດຖະກິດ. ໃນການຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມ, ທ່ານວານດິສ ໂດມໂບຼຟສະກິສກ່າວວ່າ: ສະພາບການດ້ານການເງິນໂດຍທົ່ວໄປຂອງສະຫະພາບເອີຣົບໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ເສດຖະກິດເຕີບໂຕຊ້າລົງຈະເຮັດໃຫ້ການຂາດດຸນດ້ານງົບປະມານເພີ່ມຂຶ້ນ. ສະຫະພາບເອີຣົບກຳລັງນຳໃຊ້ມາດຕະການເພື່ອຜ່ອນຄາຍຜົນກະທົບທາງລົບດັ່ງກ່າວ.