ທ່ານ ຫວາງຢີ້ ສົນທະນາກັບລັດຖະມົນຕີກະຊວງການຕ່າງປະເທດການາດາ

2022-04-06 17:25:37 cri

      ວັນທີ 5 ເມສານີ້, ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາກັບທ່ານນາງ ເມລານີ ໂຈລີ ລັດຖະມົນຕີກະຊວງການຕ່າງປະເທດການາດາຕາມການນັດໝາຍ.

      ທ່ານ ຫວາງຢີ້ ກ່າວວ່າ: ປະຊາຊົນຈີນແລະປະຊາຊົນການາດາໄດ້ມີການໄປມາຫາສູ່ກັນສັນຖະວະໄມຕີເປັນເວລາດົນນານ. ແຕ່ໃນຊຸມປີຜ່ານມາ, ການພົວພັນລະຫວ່າງຈີນ-ການາດາໄດ້ຮັບຜົນກະທົບຢ່າງໜັກໜ່ວງຍ້ອນເກີດບັນຫາກັບນາງ ເມີ້ງຫວານໂຈ່ວ,ນີ້ແມ່ນເລື່ອງທີ່ພວກເຮົາລ້ວນແຕ່ບໍ່ຢາກໃຫ້ເກີດຂຶ້ນ. ທາດແທ້ຂອງບັນຫາດັ່ງກ່າວແມ່ນ:ອາເມຣິກາໄດ້ໂຈມຕີວິສາຫະກິດເທັກໂນໂລຊີທີ່ກ້າວໜ້າຂອງຈີນໂດຍຜ່ານຮູບການການບີບບັງຄັບ,ເຊິ່ງການກະທຳແບບນີ້ແມ່ນເລື່ອງທີ່ຄົນທັງຫຼາຍບໍ່ເຫັນດີນຳ,ຊາວໂລກລ້ວນແຕ່ຮູ້ເຫັນເລື່ອງນີ້ຢ່າງຈະແຈ້ງ.

      ທ່ານ ຫວາງຢີ້ ກ່າວວ່າ: ຈີນໄດ້ປະຕິບັດຕໍ່ແລະແກ້ໄຂບັນຫາການພົວພັນລະຫວ່າງຈີນ-ການາດາຈາກແງ່ມູມຍຸດທະສາດແລະວິໄສທັດໃນໄລຍະຍາວ. ສະພາບການພົວພັນລະຫວ່າງສອງປະເທດໃນປັດຈຸບັນບໍ່ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ,ຝ່າຍການາດາຄວນກ້າປະເຊີນກັບບັນຫາດັ່ງກ່າວ,ຫັນໜ້າແກ້ໄຂບັນຫາຮ່ວມກັນກັບຈີນ.

      ທ່ານນາງ ເມລານີ ໂຈລີ ກ່າວວ່າ: ໃນໄລຍະຜ່ານມາ, ການພົວພັນລະຫວ່າງການາດາ-ຈີນພວມຢູ່ໃນໄລຍະທີ່ມີຄວາມຫຍຸ້ງຍາກ, ການາດາຍິນດີຮ່ວມມືແລະປະຕິບັດຕໍ່ຈີນຢ່າງຈິງໃຈແລະເຄົາລົບເຊິ່ງກັນແລະກັນ,ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກັບຄືນສູ່ເສັ້ນທາງທີ່ຖືກຕ້ອງເປັນກ້າວໆ.