ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງທ່ານອາເລັກຊານດາ ວູຊິກທີ່ ໄດ້ຮັບເລືອກຕັ້ງໃຫ້ເປັນປະທານາທິບໍດີແຊັກບີິອີກສະໄໝໜຶ່ງ

2022-04-06 14:32:56 CRI

 

ຕາມຂ່າວCRI: ວັນທີ 5 ເມສານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານຊົມເຊີຍແລະໄປຍັງທ່ານອາເລັກຊານດາ ວູຊິກ,ເພື່ອສະແດງຄວາມຊົມເຊີຍແລະອວຍພອນທີ່ທ່ານໄດ້ຮັບເລືອກຕັ້ງໃຫ້ເປັນປະທານາທິບໍດີຂອງສາທາລະນະລັດແຊັກບີອີກສະໄໝໜຶ່ງ.

 

ໃນສານຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ໃນຫຼາຍປີມານີ້, ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງຈີນ-ແຊັກບີໄດ້ສືບຕໍ່ມີທ່ວງທ່າການຂະຫຍາຍຕົວທີ່ຈະເລີນຮຸ່ງເຮືອງ. ຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງລະຫວ່າງສອງປະເທດມີຄວາມໝັ້ນຄົງ, ການຮ່ວມມືຕົວຈິງໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ. ຂ້າພະເຈົ້າໄດ້ເອົາໃຈໃສ່ລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ແຊັກບີ, ຍິນດີພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີວູຊິກ, ເພີ່ມທະວີການແລກປ່ຽນດ້ານຍຸດທະສາດລະຫວ່າງສອງປະເທດ, ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງລະຫວ່າງສອງຝ່າຍ, ຂະຫຍາຍ ແລະລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນແຕ່ລະຂົງເຂດ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນ-ແຊັກບີໄດ້ປະສົບຜົນສຳເລັດໃໝ່ຢ່າງບໍ່ຢຸດຢັ້ງ, ເພື່ອສ້າງຄວາມຜາສຸກໃຫ້ແກ່ສອງປະເທດແລະປະຊາຊົນສອງຊາດ.