ທ່ານປູຕິນກ່າວວ່າ: ຣັດເຊຍຈະລະມັດລະວັງກວ່າເກົ່າໃນການສົ່ງອອກທັນຍາຫານ ສ່ວນສະຫະພາບເອີຣົບມີແຜນການລົງໂທດຣັດເຊຍສະບັບໃໝ່

2022-04-06 11:50:02 CRI


     ວັນທີ 5 ເມສານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ປີນີ້, ຣັດເຊຍຈະລະມັດລະວັງກວ່າເກົ່າໃນການສົ່ງອອກທັນຍາຫານ. ທ່ານນາງອູຊູລາ ວົນເດີເລເຢນ ປະທານຄະນະກຳມະການສະຫະພາບເອີຣົບກ່າວວ່າ: ໃນມື້ດຽວກັນ, ຄະນະກຳມະການສະຫະພາບເອີຣົບໄດ້ສະເໜີແຜນການລົງໂທດຣັດເຊຍຮອບໃໝ່ ເຊິ່ງລວມທັງການຫ້າມນຳເຂົ້າຖ່ານຫີນຈາກຣັດເຊຍ ແລະອື່ນໆ.


     ໂດຍແນໃສ່ບັນຫາທີ່ດານມາກແລະອີຕາລີໄດ້ຂັບໄລ່ນັກການທູດຣັດເຊຍໃນວັນທີ 5 ເມສານີ້, ທ່ານດິມິຕຣິ ເປສຄົຟ ໂຄສົກປະທານາທິບໍດີຣັດເຊຍກ່າວໃນມື້ດຽວກັນວ່າ: ການກະທຳທີ່ຫຼຸດຊ່ອງທາງການຕິດຕໍ່ພົວພັນກັນທາງການທູດໃນສະເພາະໜ້ານີ້, ເປັນພຶດຕິກຳທີ່ເບິ່ງຕ່ຳເຫັນແຕ່ຫົວໂປ້ຕີນຕົນເອງ.