ຈີນເຕືອນໃຫ້ອາເມຣິກາ,ອັງກິດແລະອົສຕຣາລີຄວນເຮັດວຽກທີ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ

2022-04-07 17:50:07 cri

      ກ່ຽວກັບການທີ່ອາເມຣິກາ,ອັງກິດແລະອົສຕຣາລີໄດ້ປະກາດໃນຫວ່າງບໍ່ດົນມານີ້ວ່າຈະຄົ້ນຄວ້າຜະລິດອາວຸດທີ່ມີຄວາມໄວກວ່າສຽງລະດັບສູງພາຍໃຕ້ຂອບສັນຍາຄວາມໝັ້ນຄົງສາມຝ່າຍ, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 6 ເມສານີ້ວ່າ: ການກະທຳທີ່ກ່ຽວຂ້ອງຂອງສາມປະເທດຄື:ອາເມຣິກາ,ອັງກິດແລະອົສຕຣາລີໄດ້ກໍ່ໃຫ້ເກີດຄວາມສ່ຽງໃນການແຜ່ຜາຍອາວຸດນິວເຄລຍເພີ່ມຂຶ້ນ,ເຮັດໃຫ້ການແຂ່ງຂັນດ້ານອາວຸດຍຸດໂທປະກອນຢູ່ອາຊີປາຊີຟິກມີຄວາມຮ້າຍແຮງຂຶ້ນຕື່ມ,ທ່ານ ຈ້າວລີ້ຈ່ຽນ ເຕືອນໃຫ້ອາເມຣິກາ,ອັງກິດແລະອົສຕຣາລີຄວນປະຖິ້ມແນວຄິດສົງຄາມເຢັນແລະເກມຜົນລວມເປັນສູນ,ເຮັດວຽກທີ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນໃຫ້ຫຼາຍກວ່າເກົ່າ.

      ທ່ານ ຈ້າວລີ້ຈ່ຽນ ກ່າວວ່າ: ອາເມຣິກາ,ອັງກິດແລະອົສຕຣາລີຫາປະໂຫຍດຈາກວິກິດການອູແກຣນ, ໄດ້ປະກາດຢ່າງເປີດແປນວ່າອາເມຣິກາແລະອັງກິດຈະສະໜອງເຮືອດຳນ້ຳພະລັງງານນິວເຄລຍໃຫ້ແກ່ອົສຕຣາລີ ແລະສາມປະເທດຈະຮ່ວມມືກັນຄົ້ນຄວ້າພັດທະນາອາວຸດທີ່ມີຄວາມໄວກວ່າສຽງລະດັບສູງແລະເຕັກໂນໂລຊີດ້ານການທະຫານທີ່ກ້າວໜ້າອື່ນໆດ້ວຍຂໍ້ອ້າງທີ່ວ່າເພື່ອປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຢູ່ອາຊີປາຊີຟິກ. ນີ້ບໍ່ພຽງແຕ່ຈະກໍ່ໃຫ້ເກີດຄວາມສ່ຽງດ້ານການແຜ່ຜາຍອາວຸດນິວເຄລຍເພີ່ມຂຶ້ນແລະຈະກະທົບເຖິງລະບົບສາກົນທີ່ບໍ່ແຜ່ຜາຍອາວຸດນິວເຄລຍເທົ່ານັ້ນ,ຫາກຍັງຈະເຮັດໃຫ້ການແຂ່ງຂັນອາວຸດຍຸດໂທປະກອນຢູ່ອາຊີປາຊີຟິກມີຄວາມຮ້າຍແຮງຂຶ້ນຕື່ມ,ເຊິ່ງຈະທຳລາຍສັນຕິພາບແລະສະຖຽນລະພາບຂອງອາຊີປາຊີຟິກ. ປະເທດອາຊີປາຊີຟິກຕ້ອງລະມັດລະວັງໃນລະດັບສູງກ່ຽວກັບເລື່ອງນີ້.