ຈີນສົ່ງດາວທຽມກ່າວເຟິ່ນ 3 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-04-07 11:49:58 CRI


     ເວລາ 7 ໂມງ 47 ນາທີຂອງວັນທີ 7 ເມສານີ້, ຈີນໄດ້ສົ່ງດາວທຽມກ່າວເຟິ່ນ 3 03 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ ດ້ວຍຈະຫຼວດຊາງເຈິ່ງ 4C ຈາກສູນສົ່ງດາວທຽມຈີວຊວນ, ດາວທຽມດັ່ງກ່າວໄດ້ເຂົ້າວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ການສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.


     ດາວທຽມດວງນີ້ຕົ້ນຕໍຈະຖືກນຳໃຊ້ເຂົ້າໃນການບັນທຶກພາບ SAR ທີ່ມີຄວາມຈະແຈ້ງສູງ ເຊື່ອຖືໄດ້ ແລະໝັ້ນທ່ຽງ, ເພື່ອສະໜອງຂໍ້ມູນທາງວິຊາການໃຫ້ແກ່ວຽກງານການພັດທະນາດ້ານທະເລ ການຕິດຕາມວັດແທກສິ່ງແວດລ້ອມແລະຊັບພະຍາກອນທາງບົກ ພ້ອມທັງການປ້ອງກັນແລະຫຼຸດຜ່ອນໄພທຳມະຊາດທີ່ເກີດຂຶ້ນຢ່າງໄວວາ.