ອີຣານກ່າວວ່າ: ຖ້າການເຈລະຈາກ່ຽວກັບບັນຫານິວເຄລຍອີຣານໄດ້ບັນລຸການເຊັນສັນຍາອີຣານຈະຫຼຸດຈຳນວນເຄື່ອງແຍກທາດດ້ວຍແຮງໜີສູນໃຫ້ໜ້ອຍລົງ

2022-04-07 17:48:29 cri

      ວັນທີ 6 ເມສານີ້, ທ່ານ ໂມຮຳມັດ ອິສລາມີ ປະທານອົງການພະລັງງານປະລະມານູອີຣານກ່າວວ່າ: ຖ້າການເຈລະຈາສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານຫາກບັນລຸການເຊັນສັນຍາ, ອີຣານຈະຫຼຸດຈຳນວນເຄື່ອງແຍກທາດດ້ວຍແຮງໜີສູນໃຫ້ໜ້ອຍລົງແລະຈະຫຼຸດການກັ່ນເອົາທາດຢູເຣນຽມຂຸ້ນໃຫ້ໜ້ອຍລົງ.

      ທ່ານ ໂມຮຳມັດ ອິສລາມີ ກ່າວໃນເວລາໃຫ້ສຳພາດແກ່ສື່ມວນຊົນທາງການຂອງອີຣານໃນມື້ດັ່ງກ່າວວ່າ: ສັນຍາກ່ຽວກັບບັນຫານິວເຄລຍອີຣານທີ່ໄດ້ເຊັນກັນໃນປີ 2015 ໄດ້ຈຳກັດຈຳນວນເຄື່ອງແຍກທາດດ້ວຍແຮງໜີສູນຂອງອີຣານ. ຖ້າການເຈລະຈາກ່ຽວກັບບັນຫານິວເຄລຍອີຣານທີ່ພວມດຳເນີນຢູ່ນະຄອນຫຼວງວຽນປະເທດໂອຕຣິສ໌ໄດ້ບັນລຸການເຊັນສັນຍາ,ຂໍ້ຈຳກັດດັ່ງກ່າວຈະສາມາດຜ່ອນຄາຍແລະຈັດຕັ້ງປະຕິບັດໄດ້.