ອາເມຣິກາປະກາດມາດຕະການລົງໂທດຣັດເຊຍຮອບໃໝ່ ເຊເລນສະກີເຫັນວ່າເຖິງວວ່າມີໂອກາດນ້ອຍທີ່ສຸດແຕ່ກໍ່ຕ້ອງສະແຫວງຫາການເຈລະຈາ

2022-04-07 15:26:59 CRI

 

ຕາມຂ່າວCRI: ວັນທີ ເມສານີ້, ລັດຖະບານອາເມຣິກາໄດ້ປະກາດມາດຕະ ການການລົງໂທດຣັດເຊຍໃໝ່ຕໍ່, ພາກສ່ວນທີ່ຖືກລົງໂທດລວມ ທັງທະນາຄານຕົ້ນຕໍແລະຜູ້ນຳຊັັ້ນສູງຂອງລັດຖະບານຣັດເຊຍພ້ອມດ້ວຍຄອບຄົວ. ທ່ານເຊເລນສກີ, ປະທານາທິບໍດີອູແກຼນກ່າວວ່າ: ເຖິງວ່າມີໂອກາດນ້ອຍທີ່ສຸດແຕ່ກໍ່ຕ້ອງສະແຫວງຫາການເຈລະຈາກັບຣັດເຊຍ, ຖ້າບໍ່ດັ່ງນັ້ນຈະມີຄວາມຫຍຸ້ງຍາກທີ່ຈະເຮັດໃຫ້ສົງຄາມຄັ້ງນີ້ສິ້ນສຸດລົງ.

 

ວັນທີ ເມສານີ້, ທ່ານດິມິຕຼີ ເປັສໂຄຟ, ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ຫວັງວ່າອູແກຼນຈະເຫັນດີນຳເງື່ອນໄຂທີ່ສະເໜີໂດຍຄະນະຜູ້ແທນເຈລະຈາຂອງຣັດເຊຍ, ພວກເຮົາຫວັງວ່າຈະເຮັດໃຫ້ການເຄື່ອນໄຫວທາງການທະຫານພິເສດສິ້ນສຸດລົງດ້ວຍການເຈລະຈາ.