ສະຫະພາບເອີຣົບສ້າງຕັ້ງຄັງສະສົມວັດຖຸຍຸດທະສາດເພື່ອຮັບມືກັບອຸບັດຕິເຫດຈາກເຄມີຊີວະພາບແລະນິວເຄຼຍ

2022-04-07 15:22:36 CRI

 

ຕາມຂ່າວCRI: ວັນທີ 6 ເມສານີ້, ຄະນະກຳມະການສະຫະພາບເອີຣົບກ່າວວ່າ: ເພື່ອຍົກສູງຄວາມສາມາດໃນການຮັບມືກັບຄວາມສ່ຽງຈາກໄພຂົ່ມຂູ່ຕ່າງໆ, ເຊັ່ນ: ເຄມີ, ຊີວະພາບ, ກຳມັນຕະພາບສີແລະໄພຂົ່ມຂູ່ດ້ານນິວເຄຼຍແລະອື່ນໆ, ຄະນະກຳມະການສະຫະພາບເອີຣົບກຳລັງສ້າງຕັ້ງຄັງສະສົມວັດຖຸຍຸດທະສາດຂອງເຫຼົ່ານີ້.

 

ຄະນະກຳມະການສະຫະພາບເອີຣົບໄດ້ລະບຸໄວ້ໃນຖະແຫຼງການສະບັບໜຶ່ງວ່າ: ປະຊາຊົນອາດຈະປະເຊີນໜ້າກັບຄວາມສ່ຽງຈາກໄພຂົ່ມຂູ່ຕ່າງໆ, ເຊັ່ນ: ເຄມີ, ຊີວະພາບ, ກຳມັນຕະພາບລັງສີແລະໄພຂົ່ມຂູ່ດ້ານນິວເຄຼຍແລະອື່ນໆ ຍ້ອນໄພພິບັດບັງທີ່ເກີດຂຶ້ນແບບເອີນຕ່າງໆ, ເຊັ່ນ: ໂຮງງານເຄມີເກີດມີການຮົ່ວໄຫຼ, ອຸບັດຕິເຫດຈາກໂຮງໄຟຟ້ານິວເຄຼຍ, ການແຜ່ລະບາດຂອງພະຍາດຕິດແປດແລະອື່ນໆ. ສະຫະພາບເອີຣົບກຳລັງກະກຽມຄວາມພ້ອມເພື່ອຮັບມືກັບໄພຂົ່ມຂູ່ເຫຼົ່ານີ້. ຄະນະກຳມະການສະຫະພາບເອີຣົບກ່າວວ່າ: ຄັງສະສົມວັດຖຸຍຸດທະສາດນີ້ມີມູນຄ່າ 540,5 ລ້ານເອີໂຣ.