ພ້ອມກັນກ້າວໄປສູ່ອະນາຄົດແຫ່ງສັນຕິພາບ ຄວາມສາມັກຄີແລະຄວາມກ້າວໜ້າ

2022-04-08 15:54:19 cri


ໃນເວທີງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູ ໜາວປັກກິ່ງ,ນັກກິລາໂອລິມປິກຈາກແຫ່ງຕ່າງໆໃນທົ່ວໂລກຕ່າງກໍ່ເຄົາລົບກັນ, ໃຫ້ກຳລັງໃຈແກ່ກັນ,ບຸກທະລຸກຂອບເຂດຄວາມສາມາດ,ເອົາຊະນະຕົນເອງ,ໄດ້ ສະແດງໃຫ້ເຫັນຈິດໃຈໃນຄຳຂວັນໃໝ່ຂອງໂອລິມປິກທີ່ “ໄວກວ່າເກົ່າ ສູງກວ່າ ເກົ່າ,ເຂັ້ມແຂງກວ່າເກົ່າ,ສາມັກຄີກວ່າເກົ່າ”,ໄດ້ນຳເອົາຄວາມອົບອຸ່ນແລະຄວາມຫວັງມາໃຫ້ປະຊາຊົນຢູ່ໃນໂລກ,ໄດ້ຫວ່ານແນວພັນແຫ່ງສັນຕິພາບແລະມິດຕະ ພາບໃຫ້ກັບໂລກ,ໄດ້ກະຕຸກກຳລັງອັນເຂັ້ມແຂງທີ່ເພີ່ມຄວາມສາມັກຄີ ຮ່ວມກັນ ຜ່ານຜ່າຄວາມ ຫຍຸ້ງຍາກ ພ້ອມກັນກ້າວໄປສູ່ອະນາຄົດຂອງມວນມະນຸດ.


  ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ຂະບວນການໂອລິມປິກໄດ້ແຝງຊ້ອນໄວ້ ຄວາມມຸ່ງຫວັງອັນດີງາມຂອງມວນມະນຸດທີ່ມີຕໍ່ສັນຕິພາບ ຄວາມສາມັກຄີແລະ ຄວາມກ້າວໜ້າ.”


  ຢູ່ໃນສະໜາມແຂ່ງຂັນໄດ້ແຂ່ງຂັນກັນຢ່າງດຸເດືອດ,ຕ່າງໃຫ້ກຳລັງໃຈກັນ;ຢູ່ ນອກສະໜາມແຂ່ງຂັນໄດ້ກອດຊົມແລະອວຍພອນໃຫ້ແກ່ກັນ,ຕ່າງເຄົາລົບກັນ.ໃນເວລາແຂ່ງຂັນໃນງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິ ການລະດູໜາວປັກກິ່ງ,ເລື່ອງລາວແບບນີ້ໄດ້ເກີດຂຶ້ນທຸກໆມື້.ໃນການແຂ່ງຂັນ ສະກີແປ້ນດ່ຽວໃນທ່າກາງເວຫາເພດຍິງຊິງຊະນະເລີດທີ່ຈັດຂຶ້ນຢູ່ລານກະໂດດ,ນັກກິລາຍີ່ປຸ່ນ ທ້າທາຍລີລາຄວາມຍາກສູງ,ແຕ່ເສຍໄຊແລະລົ້ມລົງ,ນັກກິລາທັງຫຼາຍທີ່ເຂົ້າຮ່ວມການແຂ່ງຂັນໄດ້ພາກັນໄປກອດຊົມແລະປອບໃຈລາວ.ໃນການແຂ່ງຂັນໄອສ ເຄີລິງຍິງຊາຍປະສົມລະຫວ່າງທີມຈີນແລະທີມອາເມຣິກາໃນງານກິລາໂອລິມປິກລະດູໜາວ,ພາຍຫຼັງການແຂ່ງຂັນ,ນັກກິລາສອງຝ່າຍຕ່າງໄດ້ແລກປ່ຽນຂອງຂວັນເພື່ອເປັນທີ່ລະນຶກ;ຢູ່ສະໜາມການແຂ່ງຂັນສະກີຄວາມໄວ,ພາຍຫຼັງນັກກິລາທີ່ໜຸ່ມນ້ອຍຂອງຈີນແລ່ນຜ່ານເສັ້ນໄຊ ແລ້ວ,ໄດ້ເດ່ມືເພື່ອສະແດງຄວາມນັບຖືນັກກິລາຜູ້ອາວຸໂວຂອງເຢຍລະມັນທີ່ມີອາຍຸ 49 ປີທີ່ເຂົ້າຮ່ວມການແຂ່ງຂັນໃນຈຸດຽວກັນ;ໃນການແຂ່ງຂັນ ສະກີ ກາງເວຫາໃນທ່າຟຣີສະໄຕເພດຍິງຊິງຊະນະເລີດ,ນັກກິລາອາເມຣິກາພາຍຫຼັງເກີດມີຄວາມຜິດພາດແລ້ວ,ຍັງກົດໄລໃຫ້ແກ່ນັກກິລາຈີນທີ່ໄດ້ຮັບແຊັມປ້ຽນດ້ວຍ ຄວາມຊື່ມຊົມຍິນດີ;ໃນການແຂ່ງຂັນສະກີພາກສະໜາມ15 ກິໂລແມັດເພດຊາຍ, ພາຍຫຼັງການແຂ່ງຂັນ,ນັກກິລາຊື່ດັງຂອງແຟັງລັງທີ່ໄດ້ຮັບແຊັມປ້ຽນຍັງຄົງຢືນຢູ່ ເສັ້ນໄຊເພື່ອຕ້ອນຮັບນັກກິລາທີ່ແລ່ນຜ່ານເສັ້ນໄຊຢ່າງເປັນລະດັບແລະແຕະມືພ້ອມທັງກອດຊົມກັບພວກເຂົາເຈົ້າ.


ນັກກິລາອາເມຣິກາກອດຊົມແລະອວຍພອນນັກກິລາຈີນຫຼັງການແຂ່ງຂັນສະກີກາງເວຫາໃນທ່າຟຣີສະໄຕເພດຍິງຊິງຊະນະເລີດ 



  

ນັກກິລາທີມຈີນແລະທີມອາເມຣິກາແລ່ກປ່ຽນຂອງຂວັນຫຼັງການແຂ່ງຂັນເຄີລິງຍິງຊາຍປະສົມ 



 ເວລາທີ່ຊາບຊຶ້ງໃຈຄົນຕ່າງໆໄດ້ກາຍເປັນເວທີແຫ່ງຄວາມສາມັກຄີມິດຕະພາບ. ງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ກາຍເປັນຂົວຕໍ່ທີ່ຊຸກຍູ້ຄວາມເຂົ້າໃຈກັນແລະການຄົບຄ້າສະມາຄົມລະ ຫວ່າງປະຊາຊົນປະເທດຕ່າງໆ,ຈິດໃຈໂອລິມປິກທີ່ “ສາມັກຄີກວ່າເກົ່າ”ໄດ້ເປັ່ງ ລັດສະໜີເຫຼື້ອມຍິບໆ.