WHO ກ່າວວ່າ: ປະຊາກອນຫຼາຍກວ່າສອງສ່ວນສາມຂອງທະວີບອາຟຣິກາ ອາດຕິດພະຍາດ ໂຄວິດ-19 ແລ້ວ

2022-04-08 15:57:26 CRI

 

ຕາມຂ່າວCRI: ວັນທີ 7 ເມສານີ້, ທ່ານມາຊີດີໂຊ ເຣເບຄາ ໂມຕີ, ຫົວໜ້າອົງການອະນາໄມໂລກຫຼືປະຈຳອາຟຣິກາກ່າວໃນ ກອງປະຊຸມ ຂ່າວທາງອ໋ອນລາຍທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງບຼາຊາວິນຂອງສາທາລະນະລັດກົງໂກວ່າ: ຈຳນວນຄົນຕິດເຊື້ອພະຍາດໂຄວິດ-19 ຕົວຈິງຢູ່ ທະວີບອາຟຣິກາ ມີຫຼາຍກວ່າຈຳນວນກໍລະນີຕິດພະຍາດທີ່ຖືກລາຍງານເປັນທາງການ, ປະຊາກອນຫຼາຍກວ່າສອງສ່ວນສາມຂອງທະວີບອາຟຣິກາອາດຕິດພະ ຍາດໂຄວິດ-19 ແລ້ວ.

 

ທ່ານໂມຕີໄດ້ນຳເອົາບົດລາຍງານຜົນການຄົ້ນຄວ້າສະບັບໜຶ່ງຂອງ WHO ມາຢັ້ງຢືນວ່າ: ຈຳນວນຄົນທີ່ໄດ້ຕິດພະຍາດໂຄວິດ-19 ຕົວຈິງຢູ່ທະວີບອາຟຣິກາ ອາດຫຼາຍກວ່າ ຈຳນວນກໍລະນີຕິດພະຍາດທີ່ໄດ້ລາຍງານຕາມການບົ່ງມະຕິເຖິງ 97 ເທົ່າ. ທ່ານໂມຕີກ່າວວ່າ, ນີ້ກໍ່ໝາຍຄວາມວ່າປະຊາກອນຫຼາຍ ກວ່າສອງສ່ວນສາມຂອງທະວີບ ອາຟຣິກາອາດຫຼືເຄີຍໄດ້ຕິດພະຍາດໂຄວິດ-19 ແລ້ວ.