ງາມສຸດຍອດແທ້ໆ! ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຂອງ CMG ເຮັດໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງໜ້າເບິ່ງໜ້າຊົມທີ່ສຸດ

2022-04-08 18:17:25 CRI

     ຫວ່າງບໍ່ດົນມານີ້, ຄະນະກຳມະການໂອລິມປິກສາກົນໄດ້ສົ່ງຈົດໝາຍເຖິງສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍແລະຂອບໃຈນຳ CMG ທີ່ໄດ້ຖ່າຍທອດງານກິລາໂອລິມປິກລະດູໜາວປັກກິ່ງຢ່າງສຳເລັດຜົນ ແລະໄດ້ເຜີຍແຜ່ກິລາໂອລິມປິກສາກົນຢ່າງຕັ້ງໜ້າ. ເຖິງວ່າງານກິລາໂອລິມປິກລະດູໜາວ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງປີ 2022 ໄດ້ອັດລົງຢ່າງຈົບງາມແລ້ວກໍ່ຕາມ, ແຕ່ຄວາມດີເລີດຂອງພິທີເປີດແລະພິທີປິດງານທີ່ເປັນເອກະລັກຂອງຈີນ ແລະການຖ່າຍທອດການແຂ່ງຂັນທີ່ໜ້າເບິ່ງໜ້າຊົມຍັງສືບຕໍ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກຊາວໂລກ. ຜົນສຳເລັດຕ່າງໆດ້ານການປະດິດສ້າງທາງວິທະຍາສາດເຕັກໂນໂລຊີຂອງ CMG ໄດ້ຖືກນຳໃຊ້ຢ່າງເຕັມທີ່, ເຮັດໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງໜ້າເບິ່ງໜ້າຊົມທີ່ສຸດ ແລະໄດ້ຖືກບັນທຶກໄວ້ໃນປະຫວັດສາດໂອລິມປິກ.



     ໃນຖານະທີ່ເປັນສະຖານິວິທະຍຸໂທລະພາບລະດັບຊາດຂອງປະເທດເຈົ້າພາບ ແລະຄູ່ຮ່ວມມືຖ່າຍທອດທາງໂທລະພາບຂອງຄະນະກຳມະການໂອລິມປິກສາກົນ, CMG ໄດ້ຈັດຕັ້ງປະຕິບັດຕາມຍຸດທະສາດດ້ານເຕັກນິກດ້ວຍການນຳໃຊ້“5G+4K/8K+AI”,ໄດ້ນຳໃຊ້ເຕັກນິກຖ່າຍທອດລະດັບນຳໜ້າໂລກທີ່ມີຄວາມຄົມຊັດຄື 4K/8K ອຸປະກອນຖ່າຍວິດີໂອທີ່ມີຄວາມຄົມຊັດພິເສດທີ່ຄົ້ນຄວ້າຜະລິດເອງ ແລະທິມງານດ້ານເຕັກນິກຖ່າຍທອດທີ່ດີເດັ່ນ, ໄດ້ບັນລຸເປົ້າໝາຍ“ຈັດງານກິລາໂອລິມປິກລະດູໜາວດ້ວຍວິທະຍາສາດເຕັກໂນໂລຊີ ແລະການຖ່າຍທອດການແຂ່ງຂັນງານກິລາໂອລິມປິກດ້ວຍເຕັກນິກ 8K”, ໄດ້ສ້າງສະຖິຕິໃໝ່ຂອງຍອດຈຳນວນຜູ້ຊົມຜ່ານສື່ຕ່າງໆຂອງ CMG ເຊິ່ງມີຫຼາຍກວ່າ 62,814 ຕື້ເທື່ອຄົນ.