ງານວາງສະແດງສິນຄ້ານຳເຂົ້າແລະສົ່ງອອກຈີນຄັ້ງທີ 131 ຈະຈັດຂຶ້ນຜ່ານທາງອິນເຕີເນັດແຕ່ວັນທີ 15 ຫາ 24 ເມສານີ້

2022-04-08 18:14:54 cri

      ກະຊວງການຄ້າຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 7 ເມສານີ້ວ່າ: ງານວາງສະແດງສິນຄ້ານຳເຂົ້າແລະສົ່ງອອກຈີນຄັ້ງທີ 131 ຈະຈັດຂຶ້ນຜ່ານທາງອິນເຕີເນັດແຕ່ວັນທີ 15 ຫາ 24 ເມສານີ້.

      ຂ່າວແຈ້ງວ່າ:  “ການເຄື່ອນໄຫວຂອງຕະຫຼາດທັງພາຍໃນແລະຕ່າງປະເທດ” ແມ່ນຫົວຂໍ້ຕົ້ນຕໍຂອງງານວາງສະແດງຄັ້ງນີ້, ຫົວຂໍ້ວາງສະແດງລວມມີ 3 ພາກສ່ວນຄື:ເວທີວາງສະແດງທາງອິນເຕີເນັດ,ການເຊື່ອມຕໍ່ການບໍລິການດ້ານການຈັດຊື້ແລະການສະໜອງສິນຄ້າ,ເຂດພິເສດການຄ້າເອເລັກໂຕຣນິກຂ້າມຊາດ, ງານວາງສະແດງປະກອບມີ 50 ເຂດເຊິ່ງລວມມີສິນຄ້າ 16 ປະເພດໃຫຍ່, ວິສາຫະກິດພາຍໃນແລະຕ່າງປະເທດທີ່ເຂົ້າຮ່ວມການວາງສະແດງມີເຖິງ 25.000 ກວ່າແຫ່ງ,ພ້ອມທັງໄດ້ສືບຕໍ່ໃຫ້ມີເຂດວາງສະແດງສະເພາະ “ຄວາມຈະເລີນຂອງຊົນນະບົດ”, ເພື່ອໃຫ້ເປັນເຂດວາງສະແດງລວມສູນສຳລັບວິສາຫະກິດຈາກເຂດທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ.