ຣັດເຊຍຖອນຕົວອອກຈາກສະພາສິດທິມະນຸດອົງການສະຫະປະຊາຊາດ

2022-04-08 13:25:02 CRI


     ວັນທີ 7 ເມສານີ້, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການວ່າ: ຣັດເຊຍໄດ້ຕົກລົງຖອນຕົວອອກຈາກການເປັນສະມາຊິກສະພາສິດທິມະນຸດອົງການສະຫະປະຊາຊາດແຕ່ວັນທີ 7 ເມສານີ້ເປັນຕົ້ນໄປ.


     ຖະແຫຼງການລະບຸວ່າ: ວັນທີ 7 ເມສານີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງມະຕິກ່ຽວກັບການລະງັບຖານະການເປັນສະມາຊິກສະພາສິດທິມະນຸດອົງການສະຫະປະຊາຊາດຂອງຣັດເຊຍເປັນການຊົ່ວຄາວ, ນີ້ແມ່ນພຶດຕິກຳທີ່ຜິດກົດໝາຍແລະມີຈຸດປະສົງທາງການເມືອງ. ທີ່ຈິງແລ້ວ, ສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ຖືກປະເທດຈຳນວນໜຶ່ງຄວບຄຸມ, ເຂົາເຈົ້າຖືຕົນເອງເປັນມາດຕະຖານດ້ານສິດທິມະນຸດ, ແຕ່ຊ້ຳພັດໄດ້ເຂົ້າຮ່ວມໂດຍກົງຫຼືປຸກລະດົມການເຄື່ອນໄຫວລະເມີດສິດທິມະນຸດຢ່າງໜັກໜ່ວງແລະຂະໜາດໃຫຍ່. ການຕັດສິນໃຈຂອງຣັດເຊຍທີ່ຖອນຕົວອອກຈາກການເປັນສະມາຊິກສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງນີ້ບໍ່ໄດ້ຝືນກັບພັນທະສາກົນຂອງຣັດເຊຍໃນຂົງເຂດສິດທິມະນຸດ.