ສານສູງສຸດປາກີສະຖານຕັດສິນວ່າຂໍ້ຕົກລົງຂອງປະທານາທິບໍດີໃຫ້ຍຸບສະພາຕ່ຳເພື່ອເລືອກຕັ້ງໃໝ່ບໍ່ຖືກຕ້ອງ

2022-04-08 16:40:56 CRI

 

ຕາມຂ່າວCRI: ວັນທີ ເມສານີ້, ສານສູງສຸດຂອງປາກີສະຖານໄດ້ຕັດສິນວ່າ, ການເຫັນດີໃຫ້ຍຸບສະພາຕ່ຳໂດຍທ່ານປະທານາທິບໍດີອາຣິຟ ອາວີໃນຫວ່າງ ກ່ອນນີ້ບໍ່ດົນແມ່ນບໍ່ຖືກຕ້ອງ.

 

ສານສູງສຸດປາກີສະຖານໄດ້ເຜີຍແຜ່ຄຳຕັດສິນສະບັບໜຶ່ງໃນມື້ດຽວກັນໂດຍປະກາດວ່າໃຫ້ສະພາຕ່ຳແລະສະພາສູງດຳເນີນງານຄືເກົ່າ, ສານໄດ້ ຮຽກຮ້ອງໃຫ້ປະທານສະພາຕ່ຳເປີດກອງປະຊຸມຂອງກ່ອນເວລາ 12 ໂມງ 30 ນາທີຂອງວັນທີ 9 ເມສານີ້ຕາມເວລານະຄອນຫຼວງວຽງຈັນ, ເພື່ອດຳເນີນການປ່ອນບັດກ່ຽວກັບ ຍັດຕິບໍ່ໄວ້ວາງໃຈທ່ານອິມຣານ ຄານ. ຖ້າວ່າຍັດຕິສະບັນນີ້ໄດ້ຮັບການຮັບຮອງ, ສະພາຕ່ຳຈະເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ໃນເວລາຈັດກອງປະຊຸມທັນທີ.