ຈີນກ່າວວ່າ: ອາເມຣິກາຄວນຍົກເລີກແຜນການຢ້ຽມຢາມ ເຂດໄຕ້ຫວັນຈີນຂອງນາງເປໂລຊີໃນທັນທີ

2022-04-08 16:39:48 CRI

 

ຕາມຂ່າວCRI: ໂດຍແນໃສ່ການລາຍງານຂ່າວກ່ຽວກັບເລື່ອງທີ່ທ່ານນາງນານຊີ ເໂລຊີ, ປະທານສະພາຕ່ຳອາເມຣິກາມີແຜນຈະເດີນທາງໄປຢ້ຽມຢາມ ເຂດໄຕ້ຫວັນຂອງຈີນໃນມໍ່ໆນີ້, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງ ປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມໃນກອງປະຊຸມຂ່າວທີ່ໄດ້ຈັດຂຶ້ນໃນວັນທີ 7 ເມສານີ້ວ່າ, ອາເມຣິກາຄວນຍົກເລີກແຜນການຢ້ຽມຢາມເຂດ ໄຕ້ຫວັນຂອງຈີນທີ່ກ່ຽວຂ້ອງໃນທັນທີ, ຖ້າວ່າາເມຣິກາເຮັດຕາມລຳພັງໃຈ, ຈີນຈະນຳໃຊ້ມາດຕະການຢ່າງເດັດດ່ຽວແລະແຂງແຮງຢ່າງແນ່ນອນ, ຜົນກະທົບທີ່ຕາມມາທັງໝົດທີ່ເກີດຂຶ້ນຍ້ອນແຜນການການຢ້ຽມຢາມໄຕ້ຫວັນຈະແມ່ນຝ່າຍອາເມຣິກາເປັນຜູ້ຮັບຄວາມຮັບຜິດຊອບທັງໝົດ.

 

ທ່ານຈ້າວລີ້ຈ່ຽນກ່າວວ່າ, ຈີນເດັດດ່ຽວຄັດຄ້ານການໄປມາຫາສູ່ກັນຢ່າງເປັນ ທາງການລະຫວ່າງອາເມຣິກາກັບເຂດໄຕ້ຫວັນໃນທຸກຮູບແບບ. ລັດຖະສະພາ ອາເມຣິກາຄວນເຄົາລົບຫຼັກການປະເທດຈີນດຽວທີ່ອາເມຣິກາຮັບຮອງແລ້ວ. ຖ້າວ່າທ່ານນາງເປໂລຊີເດີນທາງຢ້ຽມຢາມເຂດໄຕ້ຫວັນ, ຈະເປັນການຝ່າຝືນຫຼັກການປະເທດຈີນດຽວແລະຂໍ້ກຳນົດທີ່ໄດ້ລະບຸໄວ້ໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາຢ່າງໜັກໜ່ວງ, ເຊິ່ງຈະທຳ ລາຍອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງຮ້າຍແຮງ, ຈະກະທົບຕໍ່ພື້ນຖານການພົວພັນທາງດ້ານການເມືອງລະຫວ່າງຈີນ-ອາເມຣິກາຢ່າງໜັກໜ່ວງ, ເປັນການສົ່ງສັນຍານທີ່ຜິດພາດຮ້າຍແຮງໃຫ້ແກ່ກຳລັງແບ່ງແຍກ  ໄຕ້ຫວັນເປັນເອກະລາດ. ຈີນເດັດດ່ຽວຄັດຄ້ານເລື່ອງນີ້, ແລະໄດ້ປະນາມອາເມຣິກາຢ່າງເຄັ່ງຂຶມ.