ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງຈິດໃຈໂອລິມປິກລະດູໜາວປັກກິ່ງ

2022-04-08 18:18:07 cri



       ຕອນເຊົ້າວັນທີ 8 ເມສານີ້, ພິທີຍ້ອງຍໍແລະສະຫຼຸບຜົນງານຂອງງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ຈັດຂຶ້ນຢ່າງຄຶກຄື້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານປະເທດຈີນ,ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສທີ່ສຳຄັນ.


      ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ໃນຂະບວນການຮ້ອງຂໍເປັນເຈົ້າພາບ,ການກະກຽມແລະການຈັດງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ,ຜູ້ເຂົ້າຮ່ວມແລະປະກອບສ່ວນທັງຫຼາຍໄດ້ຮ່ວມກັນສ້າງຈິດໃຈໂອລິມປິກລະດູໜາວປັກກິ່ງທີ່ຖືວຽກສ່ວນລວມເປັນໃຫຍ່,ມີຄວາມໝັ້ນໃຈຕົນເອງແລະເປີດປະຕູ,ກ້າປະເຊີນໜ້າແລະກ້າຜ່ານຜ່າຄວາມຫຍຸ້ງຍາກ,ສະແຫວງຫາສິ່ງທີ່ດີເດັ່ນແລະຮ່ວມກັນສ້າງອະນາຄົດ.