ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາອາດຈະເພີ່ມຂຶ້ນຈຳນວນຫຼວງຫຼາຍອີກຮອບໜຶ່ງໃນລະດູໃບໄມ້ຫຼົ່ນປີນີ້

2022-04-09 14:09:29 cri

ວັນທີ 6 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານອັນໂຕນີ ຟາວຊີ, ຫົວໜ້າສະຖາບັນຄົ້ນວ້າອາການແພ້ ແລະພະຍາດລະບາດແຫ່ງຊາດອາເມຣິກາກ່າວວ່າ: ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາອາຈະເພີ່ມຂຶ້ນໃນຫຼາຍອາທິດຕໍ່ໜ້ານີ້ ແລະຈະເພີ່ມຂຶ້ນຈຳນວນຫຼວງຫຼາຍອີກຮອບໜຶ່ງໃນລະດູໃບໄມ້ຫຼົ່ນປີນີ້.

ທ່ານອັນໂຕນີ ຟາວຊີ ກ່າວຕື່ມອີກວ່າ: ການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ອາດຈະແມ່ນຍ້ອນວ່າພູມຄຸ້ມກັນຕ່ຳລົງ ແລະທ້ອງຖິ່ນຕ່າງໆຂອງອາເມຣິກາໄດ້ຜ່ອນຄາຍມາດຕະການປ້ອງກັນ ແລະຄວບຄຸມພະຍາດ.