ປະຊາຊົນປະເທດເກຼັກຈັດການຊຸມນຸມປະທ້ວງ ເພື່ອກ່າວປະນາມອາເມຣິກາ ແລະອົງການນາໂຕ ທີ່ເຮັດໃຫ້ການປະທະກັນລະຫວ່າງຣັດເຊຍກັບອູແກຣນຮຸນແຮງຂຶ້ນຕື່ມ

2022-04-09 13:52:44 cri

ວັນທີ 8 ເມສານີ້ຕາມເວລາທ້ອງຖິ່ນ, ປະຊາຊົນປະເທດເກຼັກຈຳນວນຫຼວງຫຼາຍ ໄດ້ຊຸມນຸມປະທ້ວງຢູ່ຕໍ່ໜ້າກະຊວງປ້ອງກັນປະເທດເກຼັກ ໂດຍໄດ້ຮຽກຮ້ອງໃຫ້ຢຸດຕິການປະທະກັນລະຫວ່າງຣັດເຊຍກັບອູແກຣນໂດຍໄວ, ຮຽກຮ້ອງບໍ່ໃຫ້ລັດຖະບານເກຼັກມີສ່ວນຮ່ວມເຂົ້າໃນການປະທະກັນດັ່ງກ່າວ, ພ້ອມທັງໄດ້ກ່າວປະນາມພຶດຕິກຳຕ່າງໆຂອງອາເມຣິກາ ແລະອົງການນາໂຕ ທີ່ໄດ້ເຮັດໃຫ້ສະຖານະການຢູ່ພາກພື້ນດັ່ງກ່າວມີຄວາມເຄັ່ງຕຶງຂຶ້ມຕື່ມ.