ຫຼາຍກວ່າ 60% ຂອງຜູ້ໃຫ້ສຳພາດຢູ່ຣັດເຊຍເຫັນວ່າ: ສື່ມວນຊົນຝ່າຍຕາເວັນຕົກໄດ້ລາຍງານການເຄື່ອນໄຫວຂອງກອງທັບຣັດເຊຍໃນດ້ານລົບ

2022-04-09 14:04:14 cri

ວັນທີ 8 ເມສານີ້ຕາມເວລາທ້ອງຖິ້ນ, ສຳນັກຂ່າວສານຣັດເຊຍໄດ້ປະກາດຜົນການຢັ່ງປະຊາມະຕິສະບັບຫຼ້າສຸດກ່ຽວກັບການຕໍ່ສູ້ລະຫວ່າງຣັດເຊຍກັບອູແກຣນ ໂດຍໄດ້ສະແດງໃຫ້ເຫັນວ່າ: ຫຼາຍກວ່າ 60% ຂອງຜູ້ໃຫ້ສຳພາດຢູ່ຣັເຊຍເຫັນວ່າ: ພາຍຫຼັງຣັດເຊຍໄດ້ໃຊ້ການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນແລ້ວ, ສື່ມວນຊົນຝ່າຍຕາເວັນຕົກໄດ້ລາຍງານການເຄື່ອນໄຫວຂອງກອງທັບຣັດເຊຍໃນດ້ານລົບ.

ຜົນການຢັ່ງປະຊາມະຕິສະບັບດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ: ປັດຈຸບັນ, ທ່າທີທາງລົບຂອງປະຊາຊົນຣັດເຊຍທີ່ມີຕໍ່ອາເມຣິການັ້ນ ໄດ້ບັນລຸເຖິງຮອດລະດັບສູງສຸດໃນຮອບ 30 ປີທີ່ຜ່ານມາ, ມີຜູ້ໃຫ້ສຳພາດ 71% ມີຄວາມເຫັນດ້ານລົບຕໍ່ອາເມຣິກາ. ສະພາບການແບບນີ້ເຄີຍເກີດຂຶ້ນໃນປີ 2008 ແລະປີ 2014, ແຕ່ບໍ່ໄດ້ຮ້າຍແຮງຄືຢູ່ໃນປັດຈຸບັນ. ສ່ວນຜູ້ໃຫ້ສຳພາດທີ່ມີຄວາມເຫັນດ້ານບວກຕໍ່ອາເມຣິການັ້ນ ມີແຕ່ 14% ເທົ່ານັ້ນ.