ຈັດກອງປະຊຸມລັດຖະມົນຕີກະຊວງການເງິນແລະຜູ້ວ່າການທະນາຄານກາງຂອງປະເທດບຼິກສຄັ້ງທຳອິດໃນ 2022

2022-04-09 14:28:31 ​ຊີ​ອາ​ໄອ

ວັນທີ 8 ເມສານີ້ ກອງປະຊຸມລະດັບລັດຖະມົນຕີກະຊວງການເງິນແລະຜູ້ວ່າການທະນາຄານກາງຂອງປະເທດບຼິກສ(ຄື: ບຼາຊິນ ລັດເຊຍ ອິນເດຍ ຈີນແລະອາຟຣິກາໃຕ້)ຄັ້ງທຳອິດໃນປີ 2022 ໄດ້ຈັດຂຶ້ນຜ່ານທາງວິດີໂອ ບັນດາປະເທດສະມາຊິກໄດ້ປຶກສຫາລືກັນກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ສະຖານະການເສດຖະກິດມະຫາພາກ ແລະການປະສານສົມທົບທາງນະໂຍບາຍ, ທະນາຄານພັດທະນາໃໝ່,ການລົງທຶນໃນຂົງເຂດພື້ຶ້ນຖານໂຄງລ່າງ, ການສ້າງເຄືອຂ່າຍຄັງປັນຍາດ້ານການເງິນຂອງປະເທດບຼິກສ.

ໃນກອງປະຊຸມທີ່ຈັດຂຶ້ນໃນຕອນຄ່ຳມື້ດັ່ງກ່າວ, ທ່ານຫຼິວຄຸນ ລັດຖະມົນຕີກະຊວງການເງິນຈີນກ່າວວ່າ, ປີ 2022 ຈີນຈະສືບຕໍ່ຮ່ວມກັບບັນດາຝ່າຍຕັ້ງໜ້າຊຸກຍູ້ການຮ່ວມມືດ້ານການເງິນ ໃຫ້ໄດ້ຮັບໝາກຜົນແທ້ຈິງແລະດຸນດ່ຽງກັນ ເພື່ອທຳການກະກຽມດ້ານນະໂຍບາຍແລະຜົນງານທາງການເງິນໃຫ້ແກ່ການພົບປະຄັ້ງທີ 14 ລະຫວ່າງຜູ້ນຳປະເທດບຼິກສ.

ຜູ້ຕາງໜ້າທີ່ຮ່ວມປະຊຸມຂອງປະເທດຕ່າງໆໄດ້ສະແດງຄວາມຊົມເຊີຍຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດນຳພາໃນຖານະເປັນປະເທດປະທານ, ແລະເຫັນດີຂໍ້ລິເລີ່ມຂອງຝ່າຍຈີນ ກ່ຽວກັບການເພີ່ມທະວີການປະສານສົມທົບດ້ານນະໂຍບາຍລະຫວ່າງບັນດາປະເທດບຼິກສແລະລົງເລິກການຮ່ວມມືດ້ານການເງິນ, ທັງໄດ້ມີຄຳເຫັນແລະຂໍ້ສະເໜີທີ່ມີລັກສະນະສ້າງສັນກ່ຽວກັບຜົນງານການຮ່ວມມືດ້ານການເງິນຂອງປະເທດບຼິກສໃນປີນີ້.