ທົ່ວປະເທດຈີນໄດ້ສຳເລັດການລົງທຶນດ້ານຊັບສິນຄົງທີທາງລົດໄຟ 106,5 ຕື້ຢວນແລ້ວ

2022-04-10 14:56:13 cri


ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດໄດ້ໃຫ້ຮູ້ໃນວັນທີ 9 ເມສານີ້ວ່າ: ໃນໄຕມາດທີໜຶ່ງຂອງປີນີ້, ການລົງທຶນດ້ານຊັບສິນຄົງທີ່ທາງລົດໄຟໃນທົ່ວປະເທດຈີນໄດ້ ສຳເລັດ 106,5 ຕື້ຢວນ, ໄດ້ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໄດ້ເປີດບໍລິການທາງລົດໄຟສາຍໃໝ່ 447 ກິໂລແມັດ, ໃນນັ້ນມີທາງລົດໄຟຄວາມໄວສູງ 233 ກິໂລແມັດ.

ຜູ້ຮັບຜິດຊອບພະແນກການພັດທະນາແລະການປະຕິຮູບຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດ ກ່າວວ່າ: ໃນໄຕມາດທີໜຶ່ງ, ການລົງທຶນດ້ານຊັບສິນຄົງທີ່ທາງລົດໄຟໃນທົ່ວປະ ເທດ ໂດຍສະເພາະແມ່ນການລົງທຶນກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ໄດ້ສຳເລັດໂດຍ ເກີນຄາດໝາຍ, ໂຄງການສຳຄັນໄດ້ຮັບຄວາມຄືບໜ້າສຳຄັນ. ຕໍ່ໄປ, ກຸ່ມບໍລິສັດທາງລົດໄຟ ແຫ່ງຊາດຈີນຈຳກັດຈະເຊື່ອມຕໍ່ແລະໃຫ້ບໍລິການຍຸດທະສາດການພັດທະນາຂອງປະເທດຢ່າງ ເປັນເຈົ້າການ, ລົງເລິກປະຕິບັດແຜນແມ່ບົດການພັດທະນາທາງດ້ານທາງລົດໄຟທີ່ລະບຸໄວ້ໃນ “ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14”,  ວາງແຜນໂດຍລວມໃນການ ປະຕິບັດໜ້າທີ່ການກໍ່ສ້າງ, ການລົງທຶນເພື່ອຍົກລະດັບພື້ນຖານໂຄງລ່າງ ແລະການຈັດຊື້ ເຄື່ອງອຸປະກອນໃໝ່, ຊຸກຍູ້ການກໍ່ສ້າງໂຄງການສຳຄັນຕ່າງໆ ເຊັ່ນ: ທາງລົດໄຟເຊສວນ -ຕິເບດ, ທາງລົດໄຟຄວາມໄວສູງຕາມແຄມແມ່ນ້ຳຢາງເຊ ແລະຕາມແຄມຝັ່ງທະເລ ຢ່າງມີຄຸນນະພາບສູງ, ຮັບປະກັນສຳເລັດໜ້າທີ່ການລົງທຶນດ້ານຊັບສິນຄົງທີ່ໃນໝົດປີ ເພື່ອປະກອບສ່ວນອັນຕັ້ງໜ້າໃຫ້ແກ່ການເຄື່ອນໄຫວເສດຖະກິດແຫ່ງຊາດຢ່າງໝັ້ນທ່ຽງ.