ປະຊາຊົນອາເມນີປະທ້ວງອາເມຣິກາທີ່ດຳເນີນການເຄື່ອນໄຫວການທົດລອງຊີວະພາບ

2022-04-10 15:01:57 cri


ວັນທີ 9 ເມສານີ້, ປະຊາຊົນອາເມນີ ໄດ້ເຕົ້າໂຮມກັນຢູ່ຕໍ່ໜ້າປະຕູຂອງສະຖານທູດອາເມຣິກາ ປະຈຳອາເມນີ ເພື່ອປະທ້ວງກະຊວງປ້ອງກັນປະເທດອາເມຣິກາ ທີ່ໃຫ້ອຸດໜູນການເຄື່ອນໄຫວ ການທົດລອງຊີວະພາບ.
ກຸ່ມຄົນປະທ້ວງໄດ້ໃສ່ໜ້າກາກປ້ອງກັນສານພິດ, ແລະໄດ້ຊູປ້າຍຄຳຂວັນວ່າ: “ຄັດຄ້ານເຊື້ອ ພະຍາດ! ຄັດຄ້ານອາວຸດຊີວະພາບ! ອາເມນີບໍ່ແມ່ນສະຖານທີ່ທົດລອງ!” ແລະອືີ່ນໆ ເພື່ອຮຽກຮ້ອງໃຫ້ຜູ້ສັງເກດການສາກົນສາມາດເຂົ້າໄປສຳຫຼວດໃນຫ້ອງທົດລອງຊີວະພາບທີ່ອາເມຣິກາໃຫ້ເງິນອຸດໜູນສ້າງຕັ້ງຂຶ້ນຢູ່ອາເມນີວ່າ ອາເມຣິກາໄດ້ຄົ້ນຄວ້າເຊື້ອກໍ່ໂລກທີ່ມີຄວາມ ສ່ຽງສູງໃນຫ້ອງທົດລອງຊີວະພາບ ຄືດັ່ງທີ່ເຮັດຢູ່ໃນຫ້ອງທົດລອງຊີວະພາບຢູ່ອູແກຼນຫຼືບໍ່.