ສື່ມວນຊົນຕາເວັນຕົກພວມເຮັດໃຫ້ວິກິດການຣັດເຊຍ-ອູແກຣນຮຸນແຮງຂຶ້ນຕື່ມ

2022-04-10 15:17:18 CRI

ຕອນຄ່ຳວັນທີ 8 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານນິໂກລາສ ມາດູໂຣ ປະທານາທິບໍດີເວເນຊູເອລາໄດ້ກ່າວຄຳປາໄສທາງໂທລະພາບວ່າ: “ການຜະເດັດການທາງດ້ານສື່ມວນຊົນ” ຂອງປະເທດຕາເວັນຕົກ ພວມເຮັດໃຫ້ວິກິດການຣັດເຊຍ-ອູແກຣນຮຸນແຮງຂຶ້ນຕື່ມ, “ຖ້າມີການຜະເດັດການທາງດ້ານສື່ມວນຊົນ, ຄັນຊັ້ນ, ສື່ມວນຊົນຕາເວັນຕົກກໍເປັນການຜະເດັດການສື່ມວນຊົນຢ່າງໜຶ່ງ ເຊິ່ງໄດ້ເຕັມໄປດ້ວຍຄຳຫຼອກລວງ ແລະ ການໂຄສະນາແບບຕ້ານມະນຸດ.”

ທ່ານມາດູໂຣຍັງກ່າວຕື່ມວ່າ: ປະເທດໃຫຍ່ຕາເວັນຕົກພວມລຽນແຖວເຂົ້າຮ່ວມສົງຄາມຄັ້ງໜຶ່ງ ເຊິ່ງມີຈຸດປະສົງເພື່ອທຳລາຍຣັດເຊຍ ແລະ ລຶບລ້າງຄວາມປາຖະໜາຂອງໂລກທີ່ມີຫຼາຍຂົ້ວ.