ຈິດໃຈໂອລິມປິກລະດູໜາວປັກກິ່ງລ້ຳຄ່າທີ່ສຸດ ທ່າມກາງໂລກທີ່ປັ່ນປ່ວນ

2022-04-10 15:14:59 CRI

ວັນທີ 8 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສສຳຄັນໃນພິທີຍ້ອງຍໍແລະສະຫຼຸບຜົນງານຂອງງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ໂດຍປະກາດວ່າ: ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາອັນເຄັ່ງຂຶມຂອງຕົນທີ່ໄດ້ໃຫ້ກັບປະຊາຄົມໂລກຢ່າງຮອບດ້ານແລະຈັດງານກິລາໂອລິມປິກລະດູໜາວມະໂຫລານ ທີ່ງ່າຍດາຍ, ປອດໄພ ແລະໂດດເດັ່ນ.


“ຖ້າວ່າສາມາດດຳເນີນໄປຢ່າງສະດວກກໍສ່ຳກັບວ່າໄດ້ສຳເລັດຜົນ”. ໃນຖານະເປັນງານມະໂຫລານດ້ານກິລາສັງລວມລັກສະນະທົ່ວໂລກ ທີ່ຈັດຂຶ້ນຕາມເວລາກຳນົດ ພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ບໍ່ວ່າໃນການກະກຽມ ແລະ ການຈັດການແຂ່ງຂັນ, ຫຼືວ່າການຕີລາຄາຢ່າງຕັ້ງໜ້າຂອງນັກກິລາ ແລະ ປະຊາຄົມໂລກ, ຫຼືວ່າມີອັດຕາຮັບຊົມສູງສຸດໃນປະຫວັດສາດ ທີ່ມີຜູ້ຊົມຫຼາຍຕື້ຄົນໃນຂອບເຂດທົ່ວໂລກ, ງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ລ້ວນແຕ່ໄດ້ສ້າງຄວາມມະຫັດສະຈັນທີ່ສາມາດບັນທຶກເຂົ້າໃນປະຫວັດສາດໂອລິມປິກ ພ້ອມທັງໄດ້ເພີ່ມຄວາມໝັ້ນໃຈ ແລະ ພະລັງຈິດໃຈໃຫ້ແກ່ໂລກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ຄວາມມະຫັດສະຈັນດັ່ງກ່າວໄດ້ມາຈາກໃສ? ທ່ານສີຈິ້ນຜິງສະຫຼຸບວ່າ: ຈິດໃຈໂອລິມປິກລະດູໜາວປັກກິ່ງ ທີ່ “ມີຄວາມໃຈກວ້າງຕໍ່ສະພາບກວມລວມ, ມີຄວາມໝັ້ນໃຈຕໍ່ການເປີດປະຕູສູ່ພາຍນອກ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຄວາມໂດດເດັ່ນ ແລະ ສ້າງອະນາຄົດຮ່ວມກັນ” ແມ່ນເຄັດລັບຂອງການໄດ້ຮັບຜົນສຳເລັດທີ່ສຳຄັນທີ່ສຸດ.

ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ອັດຕາການຕິດເຊື້ອພະຍາດໂຄວິດ-19 ໃນວົງປິດງານກິລາໂອລິມປິກມີພຽງ 0,45% ເທົ່ານັ້ນ, ຜູ້ທີ່ຕິດເຊື້ອພະຍາດລ້ວນແຕ່ໄດ້ຮັບການປິ່ນປົວ ແລະ ເບິ່ງແຍງດູແລເປັນຢ່າງດີ, ບໍ່ໄດ້ເກີດມີການແຜ່ລະບາດຂອງພະຍາດແບບຈຸ້ມກັນ ແລະ ແຜ່ລະບາດອອກຈາກຂອບເຂດວົງປິດ, ໄດ້ປະຕິບັດການປິ່ນປົວໃຫ້ຫາຍດີໝົດທຸກຄົນທີ່ຕິດເຊື້ອພະຍາດໃນຕົວເມືອງ. ການປ້ອງກັນແລະຄວບຄຸມພະຍາດຢູ່ຕາມສະໜາມແຂ່ງຂັນກິລາທີ່ຖືກຕ້ອງຕາມເປົ້າໝາຍ ແລະ ມີປະສິດທິພາບສູງ ໄດ້ເປັນບົດຮຽນທີ່ດີສຳລັບການຕ້ານກັບການແຜ່ລະບາດຂອງພະຍາດໃນຂອບເຂດທົ່ວໂລກ ແລະ ການຈັດກິດຈະກຳສຳຄັນຕ່າງໆໃນລະດັບສາກົນ, ກໍໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈຂອງຊາວຈີນທີ່ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ ແລະ ເອົາຊະນະຄວາມອັນຕະລາຍທີ່ເກີດຂຶ້ນຈາກພະຍາດໂຄວິດ-19.

ສິ່ງທີ່ສຳຄັນກວ່ານັ້ນກໍຄື: ໃນໂລກທີ່ປັ່ນປ່ວນໃນປັດຈຸບັນ, ຈິດໃຈໂອລິມປິກລະດູໜາວປັກກິ່ງໄດ້ຊຸກຍູ້ການຖອດຖອນແລະຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆຂອງໂລກ, ໄດ້ຫວ່ານແນວພັນສາມັກຄີແລະມິດຕະພາບ ແລະ ຊຸກຍູ້ໃຫ້ປະຊາຊົນປະເທດຕ່າງໆ “ມຸ່ງໜ້າໄປສູ່ອະນາຄົດຮ່ວມກັນ”. ປັດຈຸບັນນີ້, ພະຍາດໂຄວິດ-19 ຍັງໄດ້ແຜ່ລະບາດໃນຂອບເຂດທົ່ວໂລກຢ່າງໜັກໜ່ວງ, ສະຖານະການສາກົນໄດ້ເກີດມີການປ່ຽນແປງໃໝ່ທີ່ສຳຄັນ, “ສອງງານໂອລິມປິກລະດູໜາວປັກກິ່ງ” ແລະ ຈິດໃຈໂອລິມປິກລະດູໜາວປັກກິ່ງ ໄດ້ນຳເອົາຄວາມໝັ້ນໃຈແລະພະລັງຈິດໃຈມາໃຫ້ແກ່ໂລກ ເຊິ່ງກໍເປັນສິ່ງທີ່ລ້ຳຄ່າທີ່ສຸດ.